ພາບປະກອບ
(vovworld)- ວັນທີ 25/2, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຟູອຽນ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ກອງປະຊຸມໄດ້ສຸມໃສ່ປະກອບຄຳເຫັນຕໍ່ບັນດາເນື້ອໃນຄື: ລະບອບການເມືອງ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ການປົກປັກຮັກສາປະເທດຊາດ; ກົງຈັກລັດ… ທ່ານຫງວຽນວັນມີນ, ປະທານສະມາຄົມນັກຂ່າວ ແຂວງ ຟູອຽນ ສະເຫນີວ່າ: ໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄວນສ້າງພາກສະເພາະເວົ້າເຖິງພັກ, ການຈັດຕັ້ງພັກ, ບົດບາດນຳພາຂອງພັກທີ່ມີຕໍ່ສັງຄົມ ແລະ ປະຊາຊົນ. ທ່ານ ຫງວຽນເຮືອງເກວ, ຫົວຫນ້າຄະນະທະນາຍຄວາມແຂວງ ຟູອຽນ ມີຄຳເຫັນວ່າ: ໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄັ້ງນີ້ ເນັ້ນຫນັກເຖິງສິດທິມະນຸດ, ສະແດງລັກສະນະປະຊາທິປະໄຕ ເຄົາລົບ, ສິດທິມະນຸດ.
ສ່ວນຢູ່ແຂວງ ຈາວີງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນຈາກບັນດາຜູ້ແທນຊຶ່ງແມ່ນພະນັກງານ, ລັດຖະກອນ, ສາສະຫນາ, ພະນັກງານ ຊາວເຜົ່າຂະແມ ເພື່ອປະກອບຄຳເຫັນໃສ່ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ.