ບັນດາທ້ອງຖິ່ນພາກກາງ ຫວຽດນາມ ຕັ້ງຫນ້າປ້ອງກັນ ແລະ ຕ້ານພະຍຸ Gaemi

(vovworld) - ຕໍ່ຫນ້າ​ການ​ຜັນ​ແປຢ່າງ​ສັບສົນ​ຂອງ​ພະຍຸ Gaemi, ນັບ​ແຕ່ຕອນ​ຄຳ່ວັນ​ທີ 5 ຮອດ​ວັນ​ທີ 6/10, ຢູ່​ບໍລິ​ເວນ​ບັນດາ​ແຂວງ​ພາກ​ກາງ ​ໄດ້​ເກີດ​ຝົນຕົ​ກຫນັກ​​ແລະ ລົມແຮງ. ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນ​ຢູ່​ບໍ​ລິ​ເວນ​ພະຍຸ​ອາດ​ຈະ​ພັດ​ເຂົ້າ​ພວມ​ຮີບ​ເຮັ່ງ​ຍົກຍ້າຍ​ປະຊາຊົນ​ໄປ​ສູ່​ສະຖານ​ທີ່​ປອດ​ໄພ ​ແລະ ກຽ​ມພ້ອມ​ຮັບ​ມື​ກັບ​ພະຍຸ. ການ​ນຳ​ແຂວງ Quang Ngai, Binh Dinh, Phu Yen ພວມ​ໄປ​ກວດກາ ​ແລະ ຊີ້​ນຳ​ໂດຍ​ກົງ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ. ທ່ານ Dang Phong ປະທານ​ຄະນະ​ກຳມະການ​ປະຊາຊົນ ຢູ່​ທາງ​ທິດ​ເຫນືອ​ເມືອງ​ Tra My ​ ​ໃຫ້​ຮູ້​ວ່າ: ທ້ອງ​ຖິ່ນ​ກຽມພ້ອມ​ເພື່ອ​ຮັບ​ມື​ກັບພະຍຸ​.

        “ພວກ​ຂ້າພະ​ເຈົ້າ​ໄດ້​ໄປ​ສຳ​ຫລວດ​ທຸກ​ບໍລິ​ເວນ ​ເມື່ອຈຳ​ເປັນ​ຕ້ອງ​ຍົກຍ້າຍ​ປະຊາຊົນ​ເພ​ື່ອຮັບປະກັນ​ຊີວິດ​ອີ​ນຊີ​ໃຫ້​ແກ່​ປະຊາຊົນ​ກວ່າ 13.000 ຄົນ ຢູ່ ​ທາງ​ທິດ​ເຫນືອເມືອງ Tra My ​. ນອກ​ນັ້ນ ກະກຽມ​ເພື່ອ​ປ້ອງ​ກັນ​​ເຂື່ອນ​ໄຟຟ້າ Song Tranh 2. ”

ບັນດາທ້ອງຖິ່ນພາກກາງ ຫວຽດນາມ ຕັ້ງຫນ້າປ້ອງກັນ ແລະ ຕ້ານພະຍຸ Gaemi - ảnh 1
ປະຊາຊົນ ກຽມພ້ອມຮັບມືກັບພະຍຸ
ພາບ:thanhnien.com.vn

        ຕອນ​ບ່າຍ​ວັນ​ທີ 6/10, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມ    ສູ​ນກາງ​​ໂດຍ​ທ່ານ Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ, ຫົວຫນ້າຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມ ນຳ​ຫນ້າ ​ໄດ້​ໄປ​ກວດກາ​ວຽກ​ງານ​ຮັບ​ມື​ກັບ​ພະຍຸ Gaemi ຢູ່ ​ແຂວງ Quang Ngai.  ທ່ານ​ລັດຖະມົນຕີ Cao Duc Phat ​ໄດ້​ຊີ້​ນຳ​ໃຫ້​ແຂວງ Quang Ngai ຄວນ​ເອົາ​ໃຈ​ໃສ່​​ເຖິງ​ການ​ຍົກຍ້າຍ​ປະຊາຊົນ​ຢູ່​ເຂດ​ຖືກ​ປະສົບ​ໄພ, ​​ແຄມ​ແມ່​ນ້ຳ​ໄປ​ສູ່​ສະຖານ​ທີ່​ປອດ​ໄພ ​ແລະ ກະກຽມ​ສະບຽງ​ອາຫານ, ຢຸກຢາ ​ແລະ ​ແກ້​ໄຂ​ນ້ຳ​ເປັນ​ພິດ.

 

ຂ່າວ/ບົດ​ອື່ນ