ບັນດາທ້ອງຖິ່ນເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

(VOVWORLD) - ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ຫາຍຟ່ອງ ໄດ້ສົມທົບກັບບັນດາອົງການຈັດຕັ້ງການເມືອງສັງຄົມດຳເນີນພິທີລົງນາມນຳໃຊ້ໂປແກຼມ Bluezone ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ ຫາຍຟ່ອງ.
ບັນດາທ້ອງຖິ່ນເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ - ảnh 1 ກອງປະຊຸມຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງນະຄອນ ຮ່າໂນ້ຍ

  ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງນະຄອນ ຮ່າໂນ້ຍ ໃນຕອນບ່າຍວັນທີ 17 ສິງຫາ, ທ່ານ ໂງວັນກຸ໊ຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງນະຄອນ ຮ່າໂນ້ຍ ໄດ້ສະເໜີບັນດາເມືອງ, ເທດສະບານເມືອງ, ພະແນກ, ຂະແໜງການຕ່າງໆ ຈົ່ງສືບຕໍ່ປະຕິບັດຢ່າງຂ້ຽວຂາດບັນດາຄຳສັ່ງຊີ້ນຳຂອງນະຄອນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ແລະກໍ່ໃນວັນດຽວກັນ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ຫາຍຟ່ອງ ໄດ້ສົມທົບກັບບັນດາອົງການຈັດຕັ້ງການເມືອງສັງຄົມດຳເນີນພິທີລົງນາມນຳໃຊ້ໂປແກຼມ Bluezone ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ ຫາຍຟ່ອງ.

 

ຕອບກັບ

ຂ່າວ/ບົດ​ອື່ນ