ບັນດາທ້ອງຖິ່ນໃນທົ່ວປະເທດຈັດຕັ້ງໄຫວ້ບູຊາເຈົ້າຊີວິດຮຸ່ງ

(vovworld) -  ວັນ​ທີ 19/4 (ກົງ​ກັບ​ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິ​ທິນ ​ແມ່ນ​ວັນ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ. ​ໃນຕອ​ນ​ເຊົ້າ​ ຢູ່​​ເຂດ​ປູ​ຊະນີຍະສະ​ຖານ​ປະຫວັດສາດ​ວິຫານ​ຮຸ່ງ, ​ແຂວງ ຟູ​ເຖາະ, ຕາງຫນ້າ​ໃຫ້​ປະຊາຊົນ​​ໃນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ແຂວງ​ຟູ​ເຖາະ​ພ້ອມ​ກັບ 8 ​ແຂວງ​ທີ່​ຕາງຫນ້າ​ໃຫ້ 3 ພາກ​ເຫນືອ, ພາກ​ກາງ ​ແລະ ພາກ​ໃຕ້ ​ໄດ້​ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ລັດຖະມົນຕີ​ກະຊວງ​ຕຳຫລວດ ​ເຈີ​ນດ້າຍ​ກວາງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮີ່ງດ໋າມ ພ້ອມ​ກັບ​ຕາງຫນ້າ​ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແຫນງ​ການ​, ອົງ​ການ​ຢູ່ສູນ​ກາງ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ນະ​ພິທີ, ທ່ານ ຮ່ວາງ​ເຢີ​ນມາກ, ​ເລ​ຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະ​ການ​ປະຊາຊົນ​ແຂວງ ຟູ​ເຖາະ ​ໄດ້​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ ຂອງ​ປະຫວັດສາດ 4000 ປີ​ແຫ່ງ​ການ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຂອງ​ຊາດ​ຫວຽດນາມ, ສະ​​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະ​ບຸລຸດ.

 ບັນດາທ້ອງຖິ່ນໃນທົ່ວປະເທດຈັດຕັ້ງໄຫວ້ບູຊາເຈົ້າຊີວິດຮຸ່ງ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮີ່ງດ໋າມປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດພ້ອມດ້ວຍການນຳຂະແຫນງການ
ເຂົ້າຮ່ວມພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ
ພາບ:internet

​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ນະຄອນ​ໂຮ່ຈິ​ມີນໄດ້​ຈັດ​ພິທີ​ໄຫວ້​ອາ​ໄລ​ເຈົ້າຊີວິດ​ຮຸ່ງຢູ່​ເຂດ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ,ສວນສາທາລະນະ​ປະຫວັດສາດວັດທະນະທຳ​

ຊົນ​ຊາດ ​ເມືອງ 9 ນະຄອນ​ໂຮ່ຈິ​ມີນ​. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ​ນາຍົກລັດຖ​ະມົນຕີ ຫງວຽນ​ເຕີນ​ຢູງ, ບັນດາ​ການ​ນຳ​ນະຄອນ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ບັນດາ​ຄະນະ​ການ​ນຳ​ສູນ​ກາງ, ນະຄອນ, ພະ​ແນ​ກ, ຂະ​ແຫນງ​ການ ​ແລະ ປະຊາຊົນ​ນັບ​ພັນ​ຄົນ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ. ​ເພື່ອນ ​ເລ​ຫື​ວຟຸກ, ຊາວ​ຫນຸ່ມ​ມາ​ຈາກ​ແຂວງ ລອງ​ອານ ​ເວົ້າ​ວ່າ:

          “ມື້​ນີ້ ​ແມ່ນ​ມື້​ທີ່​ປະຊາຊົນ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ອາ​ໄລ​ຫາ​ເຖິງ​ບັນພະບຸລຸດ. ປະຈຸ​ບັນ ຄົນ​ຮຸ່ມ​ຫນຸ່ມ​ຄື​ພວກ​ນ້ອງ​ມາ​ແຫ່ງ​ນີ້​ເພື່ອ​ຖະຫວາຍ​ທູບ​ທຽນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ເຖິງ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ໝັ້ນ​ໝາຍ​ຈະ​ພະຍາຍາມ​ຮຳ່ຮຽນ​ເພື່ອ​ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ.”



ຂ່າວ/ບົດ​ອື່ນ