ພາບປະກອບ
(vovworld)- ວັນທີ 29/9, ທະນາຍຄວາມຊາວ ມາເລເຊຍ, ທ່ານ Darryl Goon ຖືວ່າ: ປະເທດນີ້ອາດສາມາດຮຽກຮ້ອງສານອາຍາສາກົນ (ICC) ສືບສວນ ແລະ ພິພາກສາຕົວການນຳໃຊ້ລູກສອນໄຟ BUK ຍິງເຮືອບິນເລກໝາຍ MH17 ຂອງບໍລິສັດການບິນ ມາເລເຊຍ ເອລາຍ ຕົກຢູ່ພາກຕາເວັນອອກ ຢູແກຼນ ກ່ອນນີ້ 2 ປີ. ໜັງສືພິມ “New Straits Times” ຄັດສະເໜີຄຳເວົ້າຂອງທະນາຍຄວາມຜູ້ນີ້ວ່າ ຍ້ອນເຫດການເກີດຂຶ້ນຢູ່ເຂດນ່ານຟ້າຂອງຕ່າງປະເທດ, ດັັ່ງນັ້ນ ມາເລເຊຍ ບໍ່ມີສິດແກ້ໄຂ. ຕາມທະນາຍຄວາມ Goon ແລ້ວ, ເພື່ອສາມາດນຳເຫດການມາພິພາກສາຢູ່ ICC ຍັງຕ້ອງຂຶ້ນກັບເລື່ອງ ລັດເຊຍ ແລະ ຢູແກຼນ ໄດ້ເຂົ້າຮ່ວມສົນທິສັນຍາສ້າງຕັ້ງ ICC ໃນປີ 2002 ຫຼືບໍ່? ທະນາຍຄວາມຄົນອື່ນຂອງ ມາເລເຊຍ ກໍ່ຖືວ່າ: ບັນດາເຈົ້າໜ້າທີ່ຕ້ອງເຮັດແຈ້ງຕົວການນຳໃຊ້ລູກສອນໄຟຍິງເຮືອບິນ MH17 ຕົກ, ພ້ອມທັງເນັ້ນໜັກວ່າ ສິ່ງດັ່ງກ່າວສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບຄວາມມານະພະຍາຍາມຂອງ ມາເລເຊຍ ໃນການຊອກຫາ ແລະ ຕັດສິນລົງໂທດຕົວການເທົ່ານັ້ນ ຫາກຍັງໄດ້ເປີດຊ່ອງທາງໃຫ້ແກ່ການຟ້ອງຮ້ອງຕົວການໃນພາຍພາກໜ້າອີກດ້ວຍ.