(vovworld) - ວັນທີ 06/07, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ຈັດກອງປະຊຸມສຳມະນາ “ນະໂຍບາຍສຳລັບຂະແໜງຂາຍຍ່ອຍ ໃນສະພາບເຊື່ອມໂຍງເຂົ້າກັບສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ສັນຍາການຄ້າເສລີຫວຽດນາມ - EU (EVFTA)”. ທ່ານນາງ ດິງທິ້ມີ້ລວານ, ປະທານ ສະມາຄົມຂາຍຍ່ອຍຫວຽດນາມ ໃຫ້ຮູ້ວ່າ, ຕະຫຼາດຂາຍຍ່ອຍຫວຽດນາມ ບໍ່ຟົດຟື້ນຄືກ່ອນນີ້ 2 – 3 ປີ, ແຕ່ຍັງໄດ້ຮັບການຕີລາຄາວ່າແມ່ນຕະຫຼາດທີ່ດູດດື່ມໃນໂລກ. ເມື່ອປະຕິບັດຄຳໝັ້ນສັນຍາຕາມ TPP ແລະ EVFTA, ບັນດາອັດຕາພາສີຈະຖືກຍົກເລີກເທື່ອລະກ້າວ; ໃນນັ້ນ, 65% ອັດຕາພາສີນຳເຂົ້າຈະຫຼຸດລົງ 0%, ພາຍຫຼັງສັນຍາ 2 ສະບັບດັ່ງກ່າວມີຜົນບັງຄັບໃຊ້. ສະນັ້ນ, ແຫຼ່ງສະໜອງຈະມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ຊຸກຍູ້ການເຄື່ອນໄຫວຂາຍຍ່ອຍສືບຕໍ່ເພີ່ມຂຶ້ນ, ກໍຄືສ້າງເງື່ອນໄຂສະດວກ, ມີປະໂຫຍດກວ່າສຳລັບຜູ້ບໍລິໂພກ, ອຸປະໂພກ.