ບັນດານັກອຸປະຖຳສາກົນ ຕີລາຄາສູງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 16/04, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບອົງການຮ່ວມມືສາກົນ (JICA) ຈັດກອງປະຊຸມສຳມະນາເພື່ອແບ່ງປັນ ແລະ ຮັບເອົາຄຳເຫັນກ່ຽວກັບການຕີລາຄາການທະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ບັນດານະໂຍບາຍແຕກຕາງກັນຂອງຫວຽດນາມ. ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ, ບັນດານັກວິທະຍາສາດເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດານັກວິທະຍາສາດ ໄດ້ສຸມໃສ່ແບ່ງປັນ ແລະ ໄຈ້ແຍກໝາກຜົນການຄົ້ນຄວ້າຕີລາຄາການກະທົບຂອງໂຄງການໜູນຊ່ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ສຳລັບບັນດາຂົງເຂດຄື: ປະຢັດໃນການນຳໃຊ້ພະລັງງານ, ພະລັງງານຜະລິດຄືນໃໝ່, ກະສິກຳ, ການປະມົງ, ຄຸ້ມຄອງສິ່ງເສດເຫຼືອ... ການນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ, ແຕ່ປີ 2009 ມາຮອດປະຈຸບັນ, ໂຄງການໄດ້ໜູນຊ່ວຍບັນດາກະຊວງ, ຂະແໜງການກວ່າ 1 ຕື້ USD ເພື່ອຜັນຂະຫຍາຍການກໍ່ສ້າງ, ປັບປຸງບັນດາເອກະສານດ້ານກົດໝາຍຕາມທິດນຳເຂົ້າປັດໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ກໍ່ທີ່ກອງປະຊຸມ, ອົງການຮ່ວມມືສາກົນຍີ່ປຸ່ນ - JICA ແລະ ບັນດານັກອຸປະຖຳສາກົນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ, ພ້ອມທັງໃຫ້ຄຳໝັ້ນສັນຍາໜູນຊ່ວຍທຶນ, ເຕັກນິກເພື່ອໃຫ້ຫວຽດນາມ ຜັນຂະຫຍາຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນກວ່າອີກ.