ບັນດານັກຮົບທີ່ມິດງຽບໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19

(VOVWORLD) -ໃນຊຸມມື້ທີ່ເຄັ່ງຕຶງ, CDC ຮ່າໂນ້ຍ ໄດ້ຮັບເກືອບ 10.000 ຕົວຢ່າງຕໍ່ວັນ, ໃນຂະນະທີ່ຜູ້ປະຈຳການມີພຽງແຕ່ປະມານ 20 ຄົນເທົ່ານັ້ນ
ບັນດານັກຮົບທີ່ມິດງຽບໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 - ảnh 1(ພະນັກງານເຮັດວຽກງານວິໄຈຢູ່ສູນຄວບຄຸມໂລກລະບາດ)

ໃນການຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ວຽກງານວິໄຈໂດຍດ່ວນໄດ້ສວມບົດບາດສຳຄັນທີ່ສຸດ. ເຖິງວ່າຕ້ອງເຮັດວຽກໃນສະພາບມີຄວາມສ່ຽງຕິດແປດສູງ, ແຕ່ບັນດາພະນັກງານເຮັດວຽກງານວິໄຈຢູ່ສູນຄວບຄຸມໂລກລະບາດ (CDC) ຮ່າໂນ້ຍ ຍັງມີຄວາມສຸດຈິດສຸດໃຈ, ມານະພະຍາຍາມເຮັດທັງວັນແລະຄືນ, ແຂ່ງກັບເວລາ. ເຂົາເຈົ້າບຽບເໝືອນບັນດານັກຮົບທີ່ມິດງຽບຢູ່ແນວໜ້າ, ດ້ວຍຄວາມຕັດສິນໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ເພື່ອສຸດຂະພາບ ແລະ ຄວາມສະຫງົບຂອງປະຊາຊົນ.

        ໃນຊຸມມື້ທີ່ເຄັ່ງຕຶງ, CDC ຮ່າໂນ້ຍ ໄດ້ຮັບເກືອບ 10.000 ຕົວຢ່າງຕໍ່ວັນ, ໃນຂະນະທີ່ຜູ້ປະຈຳການມີພຽງແຕ່ປະມານ 20 ຄົນເທົ່ານັ້ນ, ສະນັ້ນ ເຂົາເຈົ້າສ່ວນຫຼາຍແມ່ນບໍ່ມີເວລາພັກຜ່ອນ. ທ່ານນາງປະລິນຍາໂທ ຫງວຽນນື້ຈ່າມີ, ພະແນກວິໄຈບົ່ງມະຕິຜ່ານຮູບພາບ CDC ຮ່າໂນ້ຍ, ແບ່ງປັນວ່າ:

        “ຕອນກາງເວັນພວກຂ້າພະເຈົ້າປະຈຳການແຕ່ 7 ໂມງ 30 ນາທີ ຫາກ 17 ໂມງ 30 ນາທີ. ໃນມື້ມີຕົວຢ່າງຫຼາຍເກີນໄປ ພວກຂ້າພະເຈົ້າໄດ້ປະຈຳການຮອດເວລາ 21 ໂມງ, ບາງມື້ແມ່ນຮອດ 23 ໂມງ ເພື່ອຕໍ່ກຳລັງແຮງໃຫ້ບັນດາຜູ້ປະຈຳການກ່ອນນັ້ນ. ບາງຄືນພວກຂ້າພະເຈົ້າເຮັດວຽກໝົດຄືນເລີຍເພື່ອວິໄຈຕົວຢ່າງ, ບາງມື້ພຽງນອນເປັນເວລາ 1 ຊົ່ວໂມງ ແລ້ວກໍ່ຕື່ນມາເຮັດວຽກຕໍ່”.

        ບັນດາການເສຍສະຫຼະຢ່າງມິດງຽບ ແລະ ຄວາມຕັດສິນໃຈຂອງບັນດາພະນັກງານ, ພາລະກອນສູນ CDC ໄດ້ປະກອບສ່ວນຊ່ວຍໃຫ້ທົ່ວປະເທດຜ່ານຜ່າໂລກລະບາດ 3 ຄັ້ງຜ່ານມາ. ໃນຄັ້ງທີ 4 ນີ້, ເຂົາເຈົ້າກໍ່ຍັງສືບຕໍ່ອຸທິດສ່ວນຂອງຕົນນັບທັງວັນແລະຄືນ ເພື່ອສຸຂະພາບ ແລະ ຄວາມສະງົບຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ