(vovworld) – ວັນທີ 4/1, ກຸ່ມຮັບຜິດຊອບຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ (ຫຼື HL TF – EI) ໄດ້ຈັດກອງປະຊຸມຄັ້ງທີ 23 ຢູ່ນະຄອນຫຼວງ Kuala Lumpur ປະເທດມາເລເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 50 ທ່ານທີ່ມາຈາກ 10 ປະເທດສະມາຊິກອາຊຽນ. ຄະນະຜູ້ແທນຫວຽດນາມ, ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ - ການຄ້າ ຫງວຽນເກີມຕູ໋ (Nguyen Cam Tu) ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ເຂົ້າໃນບັນດາບັນຫາໃນການເຊື່ອມໂຍງເສດຖະກິດ ອາຊຽນ ຄື: ກວດກາລະບຽບການເຮັດວຽກຂອງກຸ່ມ HL TF – EI ຄືນໃໝ່, ປຶກສາຫາລືບັນດາເນື້ອໃນທີ່ກ່ຽວຂ້ອງເຖິງປະຊາຄົມເສດຖະກິດ ອາຊຽນ, ບັນດາລາຍການດຳເນີນງານກ່ຽວກັບການປະຕິຮູບການຄຸ້ມຄອງ ແລະ ຫັນການຄ້າເປັນສະດວກສະບາຍ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ແທນກໍ່ໄດ້ປຶກສາຫາລືເລື່ອງປັບປຸງບົດບາດຂອງຄະນະເລຂາ ອາຊຽນ ກ່ວາອີກ. ຂໍ້ລິເລີ່ມກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ (ຫຼື AEC), ເຊິ່ງແມ່ນໜຶ່ງໃນ 3 ເສົາຄ້ຳຂອງປະຊາຄົມ ອາຊຽນ, ໄດ້ຖືກຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 9 ໃນເດືອນ 10/2003. ຕາມແຜນການຂອງບັນດາການນຳ ອາຊຽນ ແລ້ວ, AEC ຈະໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015, ເພື່ອແນ່ໃສ່ສ້າງເຂດເສດຖະກິດ ອາຊຽນ ສະຖຽນລະພາບ, ວັດທະນາຖາວອນ ແລະ ມີຄວາມສາມາດແກ່ງແຍ້ງສູງ, ໃນນັ້ນ ສິນຄ້າ, ການບໍລິການ, ການລົງທຶນ ແລະ ທຶນຮອນ ຈະເຄື່ອນໄຫວຢ່າງເສລີກ່ວາ, ເສດຖະກິດພັດທະນາຢ່າງສະໝຳ່ສະເໝີ, ຄວາມທຸກຍາກ ແລະ ການແຕກໂຕນດ້ານເສດຖະກິດ - ສັງຄົມໄດ້ຫຼຸດຜ່ອນໃນປີ 2020.