ບັນດາປະເທດຄວນເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ

ບັນດາປະເທດຄວນເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ - ảnh 1
ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 3
photo:TTXVN


(vovworld)-   ດ້ວຍ​ຫົວ​ເລື່ອງ​ວ່າ:“ຊຸກຍູ້​ການ​ນຳ​ໃຊ້​ທະ​ເລ​ຕາ​ເວັນ​ອອກ​ແບບ​ຍືນ​ຍົງ​ໃນ​ສະພາບ​ການ​ຫັນປ່ຽນ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ”, ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 3 ດຳ​ເນີນ​ໄປ​ໃນ​ວັນ​ທີ 2-3/9 ຢູ່ ນະຄອນຫລວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ. ທີ່​ກອງ​ປະຊຸມ, ທ່ານ Zulkifli Adnan, ຫົວຫນ້າ​ກົມ​ທະ​ເລ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ເດີນ​ທະ​ເລ, ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ​ເຕື້ອງ​ເຖິງ​ບັນດາ​ປັ​ດ​ໄຈ​ຍຸດ​ທະ​ສາດ ມີ​ການ​ກະທົບ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ລວມ. ຕາມ​ທ່ານ​ແລ້ວ, ​ເລື່ອງ ອາ​ຊຽນ ​ແລະ ຈີນ ​ເຫັນ​ດີ ສຳ​ເລັດ​ການ​ເຈລະຈາ​ປະມວນຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ແມ່ນ​ສັນຍານ​ອັນ​ຕັ້ງຫນ້າ, ອາ​ຊຽນ ​ແລະ ຈີນ ຄວນ​ຮັກສາ​ທ່າ​ຕັ້ງຫນ້າ​ນີ້. ທ່ານ ຫງວຽນ​ຮຸ່ງ​ເຊີນ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ການ​ທູດ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ປະກອບ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ຄວບ​ຄຸມ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​​ໃຫ້​ດີກ​ວ່າ, ຍົກ​ອອກ​ບັນດາ​ຂໍ້​ສະ​ເຫ​ນີ​ແນະ​ລະອຽດ ​ເພື່ອ​ໃຫ້​ບັນດາ​ຝ່າຍ​ເພີ່ມ​ທະວີ​ການ​​ເຄົາລົບ​ກົດໝາຍ​ສາກົນ​ໃນ​ໄລຍະ​ຈະ​ມາ​ເຖິງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຍຸດ​ທະ​ສາດ​ສຳລັບ​ທຸກ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ບັນດາ​ຂໍ້​ລິ​ເລີ່​ມລະອຽດ.

ຂ່າວ/ບົດ​ອື່ນ