ບັນດາປະເທດມະຫາອຳນາດດ້ານນິວເຄຼຍເຫັນດີສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍ

(VOVWORLD) -5 ປະເທດສະມາຊິກປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຢືນຢັນວ່າ “ບໍ່ປະໃຫ້ປະເທດໃດຍາດໄດ້ໄຊຊະນະໃນສົງຄາມນິວເຄຼຍ” ແລະ ສົງຄາມນີ້ບໍ່ຄວນເກີດຂຶ້ນ.
ບັນດາປະເທດມະຫາອຳນາດດ້ານນິວເຄຼຍເຫັນດີສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 03 ມັງກອນ, ຈີນ, ລັດເຊຍ, ອັງກິດ, ອາເມລິກາ ແລະ ຝລັ່ງ ໄດ້ເຫັນດີສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຄວາມສ່ຽງເກີດສົງຄາມນິວເຄຼຍ. ໃນຖະແຫຼງການໜຶ່ງ, 5 ປະເທດມະຫາອຳນາດນິວເຄຼຍຂອງໂລກ ທັງເປັນ 5 ປະເທດສະມາຊິກປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຢືນຢັນວ່າ “ບໍ່ປະໃຫ້ປະເທດໃດຍາດໄດ້ໄຊຊະນະໃນສົງຄາມນິວເຄຼຍ” ແລະ ສົງຄາມນີ້ບໍ່ຄວນເກີດຂຶ້ນ.

        ຖະແຫຼງການດັ່ງກ່າວໄດ້ປະກາດກ່ອນດຳເນີນກອງປະຊຸມຂອງສະຫະປະຊາຊາດ ກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 04 – 28 ມັງກອນ ຢູ່ ນິວຢອກ, ປະເທດ ອາເມລິກາ, ແຕ່ຖືກໂຈະໄວ້ຍ້ອນສະພາບແຜ່ລະບາດຂອງເຊື້ອໄວຮັດກາຍພັນ Omicron. ກອງປະຊຸມເພື່ອແນໃສ່ກວດກາສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT). ໃນເບື້ອງຕົ້ນ, ຄາດວ່າກອງປະຊຸມຈະໄດ້ຈັດຂຶ້ນໃນປີ 2020 ແຕ່ຖືກໂຈະເປັນຫຼາຍຄັ້ງຍ້ອນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ