ບັນດາປະເທດຢັ້ງຢືນສືບຕໍ່ການສູ້ຮົບຕ້ານການກໍ່ການຮ້າຍພາຍຫລັງຕີປະຊາໄຊ IS ຢູ່ ຊີຣີ

(VOVWORLD) - ວັນທີ 23 ມີນາ, ການນຳ ອັງກິດ ແລະ ຝຣັ່ງ ໄດ້ສະແດງປະຕິກິລິຍາຢ່າງຕັ້ງໜ້າຕໍ່ຂໍ້ມູນຂ່າວສານທີ່ວ່າ ຖານທີ່ໝັ້ນສຸດທ້າຍຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງຢູ່ ຊີຣີ ຖືກດັບສູນຢ່າງສີ້ນເຊີງ. 

ວົງການເຈົ້າໜ້າທີ່ຝ່າຍຕາເວັນຕົກລ້ວນແຕ່ຖະແຫຼງວ່າ ບໍ່ຄວນຖືເບົາບັນດາໄພນາບຂູ່ຈາກການກໍ່ການຮ້າຍ ແລະ ການສູ້ຮົບຕ້ານລັດທິກໍ່ການຮ້າຍຍັງຄົງສືບຕໍ່ດຳເນີນໄປ.

        ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຢືນຢັນວ່າ: ເລື່ອງດັບສູນຖານທີ່ໝັ້ນສຸດທ້າຍ ຊຶ່ງ IS ຢືດຄອງຢູ່ ຊີຣີ ແມ່ນ “ຫຼັກໝາຍປະຫວັດສາດ”, ໃນນັ້ນ ມີການປະກອບສ່ວນບໍ່ໜ້ອຍຂອງບັນດາກຳລັງ ອັງກິດ ແລະ ພັນທະມິດ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຖືວ່າ: ການພັງທະລາຍຂອງ “ລາຊະອານາຈັກອິດສະລາມ” ໂດຍບັນດາເປົ້າໝາຍ IS ກໍ່ຂຶ້ນຢູ່ ຊີຣີ ໄດ້ລົບລ້າງໜຶ່ງໃນບັນດາໄພນາບຂູ່ກໍ່ການຮ້າຍໃຫຍ່ສຳລັບ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ