ບັນດາປະເທດອຸປະຖຳຈະຫນູນຊ່ວຍ 89 ລ້ານ USD ໃຫ້ແກ່ສານພິພາກສາ ໂທດກຳ ຂະແມແດງ

ບັນດາປະເທດອຸປະຖຳຈະຫນູນຊ່ວຍ 89 ລ້ານ USD ໃຫ້ແກ່ສານພິພາກສາ     ໂທດກຳ ຂະແມແດງ - ảnh 1
 ພາບປະກອບຈາກ internet

(vovworld) - ຕາມ​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ປະຈຳ ກຳປູ​ເຈຍ​ແລ້ວ, ກຸ່ມ​ບັນດາ​ປະ​ເທດ​ອຸປະຖຳ​​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຫນູນ​ຊ່ວຍ​ເງິ​ນຈຳນວນ 89 ລ້ານ USD ​ໃຫ້​ແກ່​ສານ​ພິພາກສາ​ຂະ​ແມ​ແດງ (ECCC) ​ເພື່ອ​ໃຫ້​ບັນດາ​ສານ​ພິພາກສາ​ສາມາດ​ສືບຕໍ່​ດຳ​ເນີນ​ໃນ​ປີ 2012 ​ແລະ 2013. ​ ວັນ​ທີ 27/2, ທ່ານ Neth Pheaktra ໂຄສົກ ECCC ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ ECCC ​​ເດີນທາງຈາກ​ນະຄອນ ນິວຢອກ​ ສະຫະລັດ​ອາ​ເມ​ລິ​ກາກັບ​ຄື​ນ ກຳປູ​ເຈຍ ພາຍຫລັງ​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ​ກໍ​ຄື​ການ​ສະຫນັບສະຫນູນ ​ແລະ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ມີ​ຕໍ່​ວິວັດ​ການ​ປະຕິບັດ​ຂອງ ECCC ຈາກ​ບັນດາ​ປະ​ເທດ​ອຸປະຖຳ, ​ໃນ​ນັ້ນ​ມີ​ຍີ່​ປຸ່ນ, ອົດ​ສະ​ຕາ​ລີ, ​ເຢຍລະມັນ, ອັງກິດ ​ແລະ ສະຫະພາບ​ເອີ​ລົບ (EU) ພິ​ເສດ​ສຳລັບ​ບັນດາ​ພາລະ​ກອນຝ່າຍ​ກຳປູ​ເຈຍ ຊຶ່ງ​ແມ່ນ​ຜູ້​ທີ່​ບໍ່​ໄດ້​ຮັບ​ເງິນ​ເດືອນ​ນັບ​ແຕ່​ເດືອນ 10/2011.

ຕອບກັບ

ຂ່າວ/ບົດ​ອື່ນ