ບັນ​ດາ​ປະ​ເທດ​ອາ​ຊຽນ ​ຕີ​ລາ​ຄາ​ວ່າ, ຫວຽດ​ນາມ ຈັດ​ງານ SEA Games 31 ສຳ​ເລັດ​ຜົນ

(VOVWORLD) - ບັນດານັກກິລາລ້ວນແຕ່ໄດ້ທຳການແຂ່ງຂັນຢ່າງສຸດຈິດສຸດໃຈ, ພາວະວິໃສ, ເພື່ອສີສັນຂອງຊາດ.
ບັນ​ດາ​ປະ​ເທດ​ອາ​ຊຽນ ​ຕີ​ລາ​ຄາ​ວ່າ, ຫວຽດ​ນາມ ຈັດ​ງານ SEA Games 31 ສຳ​ເລັດ​ຜົນ - ảnh 1

 (ພາບ: ກົມໃຫ່ຍກິລາກາຍະກຳ)

   ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ສູນສື່ມວນຊົນ SEA Games 31 ທີ່ຮ່າໂນ້ຍ, ທ່ານ ເຈິ່ນດຶກເຟິນ, ຮັກສາການຫົວໜ້າກົມໃຫ່ຍກິລາກາຍະກຳ, ຮອງຫົວໜ້າຄະນະຈັດຕັ້ງ, ຫົວໜ້າຄະນະນັກກິລາຫວຽດນາມ ເຂົ້າຮ່ວມ SEA Games 31 ໄດ້ເປັນປະທານການພົບປະແລກປ່ຽນກັບວົງການນັກຂ່າວ.

ທ່ານ ເຈິ່ນດຶກເຟິນ ຕີລາຄາວ່າ, ນີ້ແມ່ນງານ SEA Games ທີ່ມີການແກ່ງແຍ້ງຢ່າງຂ້ຽວຂາດຂອງບັນດາປະເທດນຳໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດານັກກິລາລ້ວນແຕ່ໄດ້ທຳການແຂ່ງຂັນຢ່າງສຸດຈິດສຸດໃຈ, ພາວະວິໃສ, ເພື່ອສີສັນຂອງຊາດ. ບັນດາປະເທດອາຊຽນຕີລາຄາວ່າ, ຫວຽດນາມ ຈັດງານ SEA Games 31 ສຳເລັດຜົນ ທັງດ້ານການຈັດຕັ້ງ ແລະ ວິຊາສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ