ບັນ​ດາ​ຝ່າຍ​ທີ່ເປັນປໍລະປັກກັນຢູ່ ເຢ​ແມນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແລກ​ປ່ຽນ​ສະເລີຍເສິກ​ທີ່​ສຳ​ຄັນ

(VOVWORLD) - ສະຫະປະຊາຊາດ ໃຫ້ຮູ້ວ່າໃນວັນທີ 16 ກຸມພາ, ບັນດາຝ່າຍທີ່ເປັນປໍລະປັກກັນຢູ່ເຢແມນໄດ້ເຫັນດີເປັນເອກະພາບຜັນຂະຫຍາຍຂໍ້ຕົກລົງແລກປ່ຽນສະເລີຍເສິກທີ່ສຳຄັນທີ່ຖືກໂຈະໄວ້ມາເປັນເວລາດົນນານ.

ໃນຖະແຫຼງການທີ່ໄດ້ຍົກອອກຢູ່ ນະຄອນຫຼວງ Amman ຂອງ ຈໍແດນ ພາຍຫຼັງການເຈລະຈາລະຫວ່າງ ບັນດາຝ່າຍທີ່ເປັນປໍລະປັກກັນ ມາເປັນເວລາ 7 ວັນ, ຄະນະປະຕິບັດງານ ຂອງ ສປຊ ປະຈຳ ເຢແມນ ໃຫ້ຮູ້ວ່າ ທັງກຳລັງ Houthi ແລະ ລັດຖະບານ ເຢແມນ ລ້ວນແຕ່ຕັດສິນໃຈເລີ່ມດຳເນີນການແລກປ່ຽນບັນຊີລາຍຊື່ສະເລີຍເສິກທີ່ໃກ້ຈະໄດ້ຮັບການ ປ່ອຍຕົວຢ່າງທັນທີ. ຕາມ ສປຊ ແລ້ວ, ນີ້ຈະແມ່ນການແລກປ່ຽນທີ່ມີຂອບຂະໜາດໃຫຍ່ຢ່າງເປັນທາງການຄັ້ງທຳອິດນັບແຕ່ການປະທະກັນເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ