ບັນດາພັກຝ່າຍ ປາແລດສະຕິນ ຢັ້ງຢືນຈະກະທຳຢ່າງເປັນເອກະພາບກັນ
(VOVWORLD) - ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງການພົບປະຢູ່ ນະຄອນຫຼວງ ມົດສະກຸ, ສະຫະພັນລັດເຊຍ, ບັນດາພັກຝ່າຍ ປາແລດສະຕິນ ໃຫ້ຮູ້ວ່າ ຈະຈັດການສົນທະນາໃນໄລຍະຈະມາເຖິງ ເພື່ອປັບປຸງຄວາມສາມັກຄີພາຍໃຕ້ຄັນທຸງຂອງອົງການປົດປ່ອຍ ປາແລດສະຕິນ (PLO).
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ພົບປະກັບບັນດາພັກຝ່າຍຢູ່ ປາແລດສະຕິນ ໃນວັນທີ 29 ກຸມພາ 2024
(ພາບ: ກະຊວງການຕ່າງປະເທດ ລັດເຊຍ)
|
ວັນທີ 1 ມີນາ, ບັນດາພັກຝ່າຍຂອງ ປາແລດສະຕິນ, ໃນນັ້ນມີກຳລັງ ຮາມາດ ແລະ ຟາຕາ, ຢັ້ງຢືນຈະ “ເຄື່ອນໄຫວຢ່າງເປັນເອກະພາບ” ໃນການປະທະກັນກັບ ອິດສະຣາແອນ.
ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງການພົບປະຢູ່ ນະຄອນຫຼວງ ມົດສະກຸ, ສະຫະພັນລັດເຊຍ, ບັນດາພັກຝ່າຍ ປາແລດສະຕິນ ໃຫ້ຮູ້ວ່າ ຈະຈັດການສົນທະນາໃນໄລຍະຈະມາເຖິງ ເພື່ອປັບປຸງຄວາມສາມັກຄີພາຍໃຕ້ຄັນທຸງຂອງອົງການປົດປ່ອຍ ປາແລດສະຕິນ (PLO). ຖະແຫຼງການນີ້ກໍ່ໃຫ້ຮູ້ວ່າ: ບັນດາການເຈລະຈາມີລັກສະນະສ້າງສັນ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຫຼາຍບັນຫາ, ເຊິ່ງລວມມີ ເລື່ອງ ອິດສະຣາແອນ ຖອນທະຫານອອກຈາກເຂດ ກາຊາ ແລະ ເລື່ອງສ້າງຕັ້ງລັດ ປາແລດສະຕິນ.
ໃນຂະນະນັ້ນ, ວັນທີ 1 ມີນາ, ຝລັ່ງ ແລະ ເຢຍລະມັນ ຮຽກຮ້ອງໃຫ້ດຳເນີນການສືບສວນໂດຍເອກະລາດກ່ຽວກັບການຍິງປືນໃຫຍ່ ເຮັດໃຫ້ຊາວ ປາແລດສະຕິນ ນັບຮ້ອຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ ໃນເວລາລໍຖ້າເຄື່ອງຊ່ວຍເຫຼືອ ຢູ່ທາງທິດເໜືອຂອງເຂດ ກາຊາ. ແລະກໍ່ໃນວັນດຽວກັນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ ສະແດງ “ຄວາມວິຕົກວັງວົນຢ່າງແຮງ” ໃນຂະນະທີ່ຂະບວນການຮາມາດ ໃຫ້ຮູ້ວ່າ: ຊາວ ປາແລດສະຕິນ 112 ຄົນ ພວມລໍຖ້າເຄື່ອງຊ່ວຍເຫຼືອຢູ່ເຂດ ກາຊາ ເສຍຊີວິດໃນວັນທີ 29 ກຸມພາ ພາຍຫຼັງທີ່ກອງທັບ ອິດສະຣາແອນ ຍິງປືນ. ທ່ານນາງ Ursula von der Leyen ຕັກເຕືອນວ່າ ອິດສະຣາແອນ ຕ້ອງປະຕິບັດທຸກຄວາມມານະພະຍາຍາມເພື່ອສືບສວນບັນດາບັນຫາທີ່ໄດ້ເກີດຂຶ້ນ ແລະ ຮັບປະກັນລັກສະນະໂປ່ງໃສ.