ບັນ​ດາ​ພະ​ນັກ​ງານ​ການ​ທູດ ສປ​ປ.ເກົາຫຼີ ແລະ ຄອບ​ຄົວ​ເດີ​ນ​ທາງ ອອກ​ຈາກ ມາ​ເລ​ເຊຍ

(VOVWORLD) - ໃນວັນທີ 19 ມີນາ, ສປປ.ເກົາຫຼີໄດ້ປະກາດຢຸດຕິການພົວພັນທາງການທູດ ກັບ ມາເລເຊຍ ພາຍຫຼັງ ປະເທດ ນີ້ ໄດ້ນຳສົ່ງພົນລະເມືອງ ສປປ.ເກົາຫຼີ Mun Col Myong ໄປຍັງ ອາເມລິກາ. 
ບັນ​ດາ​ພະ​ນັກ​ງານ​ການ​ທູດ ສປ​ປ.ເກົາຫຼີ ແລະ ຄອບ​ຄົວ​ເດີ​ນ​ທາງ ອອກ​ຈາກ ມາ​ເລ​ເຊຍ - ảnh 1ທ່ານ Kim Yu Song ທີ່ປຶກສາທາງການທູດ ຂອງ ສປປ.ເກົາຫຼີປະກາດກ່ຽວກັບຂໍ້ຕົກລົງ ເດີນທາງອອກຈາກ ມາເລເຊຍ (ພາບ: AP)

ສື່ມວນຊົນ ມາເລເຊຍ ໄດ້ລົງຂ່າວວ່າ ພະນັກງານທຸກຄົນຢູ່ສະຖານທູດ ສປປ.ເກົາຫຼີ ປະຈຳນະຄອນ Kuala Lumpur ພ້ອມກັບ ຄອບຄົວລວມທັງໝົດ 33 ຄົນ, ໃນນັ້ນມີ ເດັກນ້ອຍ ຈຳນວນໜຶ່ງໄດ້ໄປຍັງ ສະໜາມບິນ ສາກົນ Kuala Lumpur ໃນຕອນທ່ຽງວັນທີ 21 ມີນາ ດ້ວຍຖ້ຽວບິນ FM 866 ຂອງບໍລິສັດການບິນ ຊຽງໄຮ້ ເພື່ອເດີນທາງກັບຄືນປະເທດ ສປປ.ເກົາຫຼີ.

ກ່ອນໜ້ານັ້ນ, ໃນວັນທີ 19 ມີນາ, ສປປ.ເກົາຫຼີໄດ້ປະກາດຢຸດຕິການພົວພັນທາງການທູດ ກັບ ມາເລເຊຍ ພາຍຫຼັງ ປະເທດ ນີ້ ໄດ້ນຳສົ່ງພົນລະເມືອງ ສປປ.ເກົາຫຼີ Mun Col Myong ໄປຍັງ ອາເມລິກາ. ມາເລເຊຍ ໄດ້ຮຽກຮ້ອງພະນັກງານສະຖານທູດ ສປປ.ເກົາຫຼີໝົດທຸກຄົນ ປະຈຳ Kuala Lumpur ແລະ ຍາດຕິພີ່ນ້ອງຕ້ອງອອກຈາກປະເທດ ມາເລເຊຍ ພາຍໃນເວລາ 48 ຊົ່ວໂມງ ນັບແຕ່ວັນທີ 19 ມີນາ. ກະຊວງການຕ່າງປະເທດ ມາເລເຊຍ ກໍ່ປະກາດວ່າ ປະເທດນີ້ຈະປິດປະຕູສະຖານທູດ ປະຈຳນະຄອນຫຼວງ ພຽງຢາງ, ປະເທດ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ