ບັນດາລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC ໃຫ້ຄຳໝັ້ນສັນຍາໜູນຊ່ວຍຟື້ນຟູເສດຖະກິດ
(VOVWORLD) -ລັດຖະມົນຕີ APEC ຫຼາຍທ່ານໄດ້ເນັ້ນໜັກວ່າ ບັນດາປະເທດສະມາຊິກຄວນຮັກສາການຟື້ນຟູເສດຖະກິດຜ່ານມາດຕະການໜູນຊ່ວຍດ້ານນະໂຍບາຍ ທີ່ພວມຜັນຂະຫຍາຍ
ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC
(ພາບ: TTXVN)
|
ວັນທີ 09 ພະຈິກ, ໃນຂອບເຂດກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC ຄັ້ງທີ 32 (AMM 32) ທີ່ຈັດຂຶ້ນແບບທາງໄກ, ລັດຖະມົນຕີການຕ່າງປະເທດ ແລະ ການຄ້າຂອງ 21 ພື້ນຖານເສດຖະກິດສະມາຊິກ ສັງກັດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດມາດຕະການໜູນຊ່ວຍດ້ານເສດຖະກິດ ເພື່ອຮັກສາການຟື້ນຟູຕໍ່ຜົນກະທົບຂອງໂລກລະບາດໂຄວິດ-19, ພ້ອມກັນນັ້ນ ກໍ່ດຳເນີນການເຈລະຈາ ແນໃສ່ຫຼຸດຜ່ອນການໜູນຊ່ວຍໃຫ້ຂະແໜງການປະມົງ, ກະສິກຳ ທີ່ກອງປະຊຸມລັດຖະມົນຕີການຄ້າໂລກ (WTO) ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນນີ້.
ໃນແຈ້ງການໄດ້ຍົກອອກມາພາຍຫຼັງກອງປະຊຸມ, ລັດຖະມົນຕີ APEC ຫຼາຍທ່ານໄດ້ເນັ້ນໜັກວ່າ ບັນດາປະເທດສະມາຊິກຄວນຮັກສາການຟື້ນຟູເສດຖະກິດຜ່ານມາດຕະການໜູນຊ່ວຍດ້ານນະໂຍບາຍ ທີ່ພວມຜັນຂະຫຍາຍ, ພ້ອມທັງ ຮັກສາສະຖຽນລະພາບດ້ານການເງິນ ແລະ ເງິນຕາແບບຍືນຍົງໃນໄລຍະຍາວ.
ກ່ອນໜ້ານັ້ນ, ບັນດາລັດຖະມົນຕີ ໄດ້ປຶກສາຫາລືຫຼາຍເນື້ອໃນຮ່ວມມືສຳຄັນ ເພື່ອແນໃສ່ປະກອບສ່ວນຟື້ນຟູເສດຖະກິດ-ການຄ້າ ໃນປີ 2021 ແລະ ໃນໄລຍະຈະມາເຖິງ.