ບັນດາວິສາຫະກິດຄວນຍົກສູງທີ່ຕັ້ງນຳໜ້າຢູ່ຕະຫລາດພາຍໃນປະເທດແລະຕ່າງປະເທດ
ບັນດາວິສາຫະກິດຄວນຍົກສູງທີ່ຕັ້ງນຳໜ້າຢູ່
ຕະຫລາດພາຍໃນປະເທດແລະຕ່າງປະເທດ
(ພາບ: VGP)
(vovworld) – “ບັນດາວິສາຫະກິດຄວນຍົກສູງທີ່ຕັ້ງນຳໜ້າຢູ່ບົນຕະຫລາດພາຍໃນປະເທດ ແລະ ຕ່າງປະເທດ” ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ເນັ້ນໜັກຄືດັ່ງກ່າວໃນພິທີປະກາດບັນດາວິສາຫະກິດບັນລຸໄດ້ເຄື່ອງໝາຍການຄ້າແຫ່ງຊາດຄັ້ງທີ 5 ເຊິ່ງຈັດຕັ້ງໃນຕອນຄ່ຳວັນທີ 30/11 ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ຢືນຢັນບັນດາຜົນງານ ເຊິ່ງບັນດາວິສາຫະກິດມີເຄື່ອງໝາຍການຄ້າບັນລຸໄດ້ ແມ່ນພື້ນຖານສຳຄັນໃຫ້ການພັດທະນາເສດຖະກິດຂອງປະເທດຊາດໃນຊຸມປີຕໍ່ໜ້າ. ໂດຍມີຄວາມຫວັງຕໍ່ຄຸນນະທາດ ແລະ ກຳລັງຄວາມສາມາດຂອງບັນດາວິສາຫະກິດມີເຄື່ອງໝາຍການຄ້າແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ: ບັນດາວິສາຫະກິດສືບຕໍ່ມຸ່ງໄປສູ່ຄຸນຄ່າຂອງໂຄງການນັ້ນແມ່ນ: “ຄຸນນະພາບ - ປ່ຽນໃໝ່ - ມີຫົວຄິດປະດິດສ້າງ - ມີກຳລັງຄວາມສາມາດນຳໜ້າ”, ສົມເປັນເຄື່ອງໝາຍການຄ້າ ເຊິ່ງລັດ ແລະ ລັດຖະບານມອບໝາຍໃຫ້. ພ້ອມທັງ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ອຸປະໂພກບໍລິໂພກສຳລັບບັນດາຜະລິດຕະພັນ, ການບໍລິການມີເຄື່ອງໝາຍການຄ້າ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເນັ້ນໜັກວ່າ:
“ຂ້າພະເຈົ້າໃສ່ໃຈບັນດາວິສາຫະກິດຮັບປະກັນອິດທິພົນຊື່ສຽງຄຸນນະພາບຜະລິດຕະພັນ ແລະ ການເຄື່ອນໄຫວດ້ານການເງິນໂປ່ງໃສ, ປອດໄສ. ຜະລິດ ແລະ ສະໜອງດ້ວຍເຕັກໂນໂລຢີກ້າວໜ້າ, ແຕ່ບໍ່ສົ່ງກໍ່ມົນລະພິດເຖິງສິ່ງແວດລ້ອມ, ນຳໃຊ້ວັດຖຸອຸປະກອນພາຍໃນປະເທດ, ປ່ຽນແທນໃຫ້ຜະລິດຕະພັນນຳເຂົ້າ. ບັນດາວິສາຫະກິດປ່ຽນໃໝ່, ມີຫົວຄິດປະດິດສ້າງ, ປັບປຸງເຕັກນິດຢ່າງບໍ່ຢຸກຢັ້ງ ເພື່ອຍົກສູງສະມັດຕະພາບ ແລະ ມີປະສິດທິຜົນດຳເນີນທຸລະກິດ, ຜະລິດຕະພັນ ແລະ ການບໍລິການຄວນກວມອັດຕາສ່ວນຫລາຍໃນຕະຫລາດພາຍໃນປະເທດ ແລະ ສົ່ງອອກ. ຍົກສູງທີ່ຕັ້ງນຳໜ້າຂອງວິສາຫະກິດ ແລະ ຂະແໜງການຂອງຕົນໃນຕະຫລາດພາຍໃນປະເທດ ແລະ ຕ່າງປະເທດ ເພື່ອສົມເປັນບົດບາດເປັນຕົວແທນ, ເປັນແບບຢ່າງໃຫ້ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ”.