(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນສະຖາປະນາປະເທດວັນທີ 2/9, ຕອນບ່າຍວັນທີ 28/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ມີການພົບປະສ້າງສັນກັບບັນດານັກທຸລະກິດໜຸ່ມດີເດັ່ນ, ເຊິ່ງແມ່ນບັນດາຜູ້ທີ່ໄດ້ເຂົ້າຮ່ວມລາຍການລາງວັນດາວແດງ 2014. ນີ້ແມ່ນບັນດານັກທຸລະກິດໜຸ່ມທີ່ຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ, ມີຄວາມສຸດອົກສຸດໃຈໃນການບືນຕົວຂຶ້ນສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ໃຫ້ແກ່ການພັດທະນາຂອງປະເທດຊາດ.
ເມື່ອແລກປ່ຽນກັບບັນດາຜູ້ແທນ, ທ່ານປະທານປະເທດ ເຈືອງເຕິ໋ນຊາງເນັ້ນໜັກວ່າ, ໃນວິວັດແຫ່ງການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ໃນສະພາບການແກ່ງແຍ້ງສູງນັ້ນ, ບັນດານັກທຸລະກິດໜຸ່ມຫວຽດນາມ ຕ້ອງມີຄວາມຕັ້ງໜ້າໃນການປ່ຽນໃໝ່, ຮ່ວມສຳພັນ ເພື່ອແນໃສ່ກໍ່ສ້າງວົງຄະນາຍາດນັກທຸລະກິດໃຫ້ໝັ້ນຄົງເຂັ້ມແຂງ. ບັນດານັກທຸລະກິດໜຸ່ມຕ້ອງແມ່ນກຳລັງນຳໜ້າໃນການຮ່ວມມື ເພື່ອສ້າງລະບົບຮ່ວມສຳພັນດ້ວຍຈຸດໝາຍທີ່ວ່າ ຜະລິດຕະພັນຂອງວິສາຫະກິດນີ້ ແມ່ນ ສົ້ນເຂົ້າຂອງວິສາຫະກິດອື່ນ, ແລະ ພິເສດແມ່ນຕ້ອງສາມັກຄີກັນເພື່ອຍົກສູງກຳລັງແຮງໃນການແກ່ງແຍ້ງກັບບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີວ່າ, ທີ່ກອງປະຊຸມໃຫຍ່ຜູ້ແທນນັກທຸລະກິດໜຸ່ມເຊິ່ງຈະຈັດຕັ້ງໃນວັນທີ 30-31/8, ບັນດາຜູ້ແທນຕ້ອງຊອກຫາມາດຕະການທີ່ມີປະສິດທິຜົນ ເພື່ອໃຫ້ວົງຄະນາຍາດນັກທຸລະກິດໜຸ່ມເວົ້າສະເພາະ ແລະ ວິສາຫະກິດພາຍໃນປະເທດເວົ້າລວມຄົງຕົວ ແລະ ບືນຕົວຂຶ້ນຢ່າງໝັ້ນຄົງ.