ບັນດາອົງການ,ກະຊວງຂະແໜງການຕ້ອງເອົາໃຈໃສ່ເຖິງວຽກງານຊອກຫາກູ້ໄພກູ້ຊີບເມື່ອເກີດອຸບັດຕິເຫດ

ບັນດາອົງການ,ກະຊວງຂະແໜງການຕ້ອງເອົາໃຈໃສ່ເຖິງວຽກງານຊອກຫາກູ້ໄພກູ້ຊີບເມື່ອເກີດອຸບັດຕິເຫດ - ảnh 1
ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ກ່ຽວ​ກັບ​ວຽກ​ງານ​ຊີ້​ນຳ​ບໍລິຫານ​ວຽກ​ງານ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ແຕ່​ປີ 2015 ມາ​ຮອ​ດປະຈຸ​ບັນ ​ແລະ ບັນດາ​ຊຸມ​ເດືອນ​ທ້າ​ຍປີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ດ​້ວຍ​ຝັ່ງ​ທະ​ເລ​ຍາວ​ກ່ວາ 3.200 ກມ, ​ແຕ່ລະ​ປີ, ຫວຽດນາມ ຕ້ອງ​ປະສົບ​ກັບ​ໄພພິບັດ​ທຳ​ມະ​ຊາດ ​ກໍ່​ຄື​ການ​ກະທົບ​ຂອງ​ການ​ປ່ຽນ​ແປງຈາກດິນ​ຟ້າ​ອາກາດ. ດັ່ງ​ນັ້ນ, ຄວາມ​ຮັບຜິດຊອບ​ຂອງ​ນາຍົກລັດຖະມົນຕີ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຊອກ​ຫາ​ກູ້​ໄພ​ກູ້​ຊີ​ບ, ກູ້​ເອົາ​ຊີວິດ​ມະນຸດ, ກູ້​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົນ​ເມື່ອ​ເກີດ​ອຸບັດ​ຕິ​ເຫດ:

        “ສິ່ງ​ສຳຄັນ​ນັ້ນ​ແມ່ນ​ຕ້ອງ​ຍົກ​ສູງ​ສະຕິ​ຂອງ​ປະຊາຊົນ, ຂອງ​ທຸກຂັ້ນ, ທຸກຂະ​ແໜງ​ການ​ກ່ຽວ​ກັບ​ຈິ​ດ​ໃຈຢູ່​ກັບ​ທີ່ 4 ຢ່າງ (​ແມ່ນບັນຊາ​ຢູ່​ກັບ​ທີ່, ກຳລັງ​ຢູ່​ກັບ​ທີ່, ວັດ​ຖຸອຸປະກອນ, ຍານພາຫະນະ​ຢູ່​ກັບ​ທີ່, ພະລາທິການຢູ່​ກັບ​ທີ່), ​ເພື່ອ​ແກ້​ໄຂ, ຮັບ​ມື​​ກັ​ບ​ໄພພິບັດ​ທຳ​ມະ​ຊາດ. ຄະນະ​ກຳມະການ​ແຫ່ງ​ຊາດ​ຊອກ​ຫາ​ການ​ກູ້​ໄພ​ກູ້​ຊີບ​ມີ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ຕໍ່ພໍ່​ແມ່​ປະຊາຊົນ, ນັກຮົບ ​ແລະ ປະຊາຊົນ​ເມື່ອ​ເກີດ​ອຸບັດ​ຕິ​ເຫດ. ບັນດາ​ກະຊວງ, ຂະ​​ແໜງ​ການ, ທ້ອງ​ຖິ່ນ ​ແລະ ຄະນະ​ກຳມະການ​ແຫ່ງ​ຊາດ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ມີ​ຄວາມ​ຮັບຜິດ​ຊອບ​ສູງ​ກ່ວາ. ພິ​ເສດ​, ຄະນະ​ກຳມະການ​ແຫ່ງ​ຊາດ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ເພື່ອ​ແກ້​ໄຂ​ທຸກໆ​ເຫດການ​ເກີດ​ຂຶ້ນ​​ໃນ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ