ບັນດາອົງການການທູດຫວຽດນາມ ຢູ່ ຕ່າງປະເທດ ສະເຫຼີມສະຫຼອງວັນບຸນໃຫຍ່ຕ່າງໆ

(VOVWORLD) -ວັນທີ 29 ເມສາ, ສະຖານທູດຫວຽດນາມ ປະຈໍາ ຈີນ ໄດ້ຈັດຕັ້ງການພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2019) ແລະ ວັນກໍາມະກອນສາກົນ (01 ພຶດສະພາ).
ບັນດາອົງການການທູດຫວຽດນາມ ຢູ່ ຕ່າງປະເທດ ສະເຫຼີມສະຫຼອງວັນບຸນໃຫຍ່ຕ່າງໆ - ảnh 1ທ່ານ ດັ້ງມິນຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີນ  ພ້ອມດ້ວຍບັນດານັກຮົບເກົ່າ 

ວັນທີ 29 ເມສາ, ສະຖານທູດຫວຽດນາມ ປະຈໍາ ຈີນ ໄດ້ຈັດຕັ້ງການພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2019) ແລະ ວັນກໍາມະກອນສາກົນ (01 ພຶດສະພາ). ພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ ປັກກິ່ງ ໄດ້ເຂົ້າຮ່ວມການພົບປະສັງສັນດັ່ງກ່າວ.

        ນະທີ່ນີ້, ທ່ານ ດັ້ງມິນຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຈີນ ພ້ອມດ້ວຍບັນດານັກຮົບເກົ່າ ທີ່ເຄີຍເຂົ້າຮ່ວມການຕໍ່່ຕ້ານ ຕ້ານຈັກກະພັດ ອາເມລິກາ ກູ້ຊາດ ໄດ້ຫວນຄືນບັນດາຈຸດເວລາທີ່ສັກກະລະບູຊາ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງປະເທດຊາດໃນສົງຄາມປົດປ່ອຍຊາດ, ເຊິ່ງຈຸດສຸມ ແມ່ນ ບັ້ນຮົບໂຮ່ຈີມິນປະຫວັດສາດ, ປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.

        ຕອນບ່າຍວັນທີ 28 ເມສາ, ທີ່ເຂດປົກຄອງພິເສດ ມາເກົາ, ຈີນ, ສະຖານກົງສູນ ຫວຽດນາມ ຢູ່ ຮົ່ງກົງ (ຈີນ) ໄດ້ສົມທົບກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເກົາ ຈັດຕັ້ງພິທີໂຮມຊຸມນຸມ ແລະ ລາຍການສະແດງສິລະປະ-ວັນນະຄະດີ ສະເຫຼີມສະຫຼອງ 44 ປີ ແຫ່ງວັນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ