ພາບປະກອບ: internet
|
(vovworld) - ວັນທີ 17/10, ຊາວເກຼັກ ໄດ້ເກີດຄວາມໂກດແຄ້ນຕໍ່ແຜນການ “ຮັດເຂັມຄັດ”ໃຫມ່ຂອງລັດຖະບານຂອງປະເທດນີ້, ເລີ່ມການນັດຢຸດງານ ແລະ ແຫ່ຂະບວນປະທ້ວງຄັ້ງໃຫມ່ທີ່ແກ່ຍາວໃນເວລາ 2 ມື້ ເພື່ອກໍຄວາມກົດດັນຕໍ່ກັບການນຳສະຫະພາບເອີບ (EU) ກ່ອນຈັດກອງປະຊຸມສຸດຍອດພາກພື້ນ ຊຶ່ງຄາດວ່າດຳເນີນໄປໃນທ້າຍອາທິດນີ້. ນີ້ແມ່ນການນັດຢຸດງານຄັ້ງທີ 4 ໃນປີນີ້ ເພື່ອຄັດຄ້ານບັນດານະໂຍບາຍເສດຖະກິດເຄີຍພາໄປເຖິງສະພາບວ່າງງານສູງ ແລະ ສະພາບເສດຖະກິດຊຸດໂຊມຢ່າງຮ້າຍແຮງຢູ່ ເກຼັກ. ບັນດາທະນາຍຄວາມ, ທ່ານໝໍ, ພະນັກງານການຢາ ເລີ່ມໄດ້ພັກການກ່ອນດຳເນີນການນັດຢຸດງານຄັ້ງໃຫຍ່ໃນວັນທີ 18/10 ໂດຍບັນດາວິສາຫະກິດໃຫຍ່ປຸກລະດົມ.