ບັນດາເຫດຍິງປືນເກີດຂຶ້ນຢູ່ ອາເມລິກາ, ນັບສິບໆຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ຕຳຫຼວດ Chicago ໃຫ້ຮູ້ວ່າ: ພຽງໃນຕອນເຊົ້າວັນທີ 5 ສິງຫາ, ມີເຫດຍິງປືນ 10 ຄັັ້ງດ້ວຍຈຳນວນຜູ້ປະສົບເຄາະຮ້າຍເຖິງ 30 ຄົນ

ບັນດາເຫດຍິງປືນເກີດຂຶ້ນຢູ່ ອາເມລິກາ, ນັບສິບໆຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ຕຳຫຼວດກວດກາສະຖານທີ່ເກີດເຫດ

(ພາບ: Getty)

ວັນທີ 5 ສິງຫາ, ໃນເວລາພຽງ 14 ຊົ່ວໂມງເທົ່ານັ້ນໄດ້ມີຜູ້ຖືກຍິງ 44 ຄົນຢູ່ນະຄອນ Chicago, ເມືອງເອກຂອງລັດ Illinois ຂອງປະເທດ ອາເມລິກາ ແລະ ເຮັດໃຫ້ 5 ຄົນຖືກເສຍຊີວິດ. ນີ້ແມ່ນຕົວເລກຜູ້ປະສົບເຄາະຮ້າຍໃນບັນດາເຫດປະທະກັນດ້ວຍປືນ ຢູ່ໃນລະດັບສູງເປັນສະຖະຕິ ຢູ່ ອາເມລິກາ ໃນທ່າມກາງຫາງສຽງຂອງປະເທດນີ້ພວມຖົກຖຽງກັນຢ່າງແຮງກ່ຽວກັບເລື່ອງເພີ່ມທະວີການຄວບຄຸມການນຳໃຊ້ປືນ.

        ຕຳຫຼວດ Chicago ໃຫ້ຮູ້ວ່າ: ພຽງໃນຕອນເຊົ້າວັນທີ 5 ສິງຫາ, ມີເຫດຍິງປືນ 10 ຄັັ້ງດ້ວຍຈຳນວນຜູ້ປະສົບເຄາະຮ້າຍເຖິງ 30 ຄົນ, ໃນນັ້ນມີ 2 ຄົນເສຍຊີວິດ. ນອກຈາກນັ້ນ, ຢ່າງໜ້ອຍສຸດມີໜຶ່ງເຫດຍິງປືນແນ່ໃສ່ກຸ່ມຄົນຢູ່ຕາມທ້ອງຖະໜົນ.

        ຕຳຫຼວດຂອງລັດໄດ້ຕີລາຄາວ່າ ນະຄອນ Chicago ຕ້ອງຜ່ານຜ່າຄ່ຳຄືນແຫ່ງການໃຊ້ຄວາມຮຸນແຮງ. ບາງກໍລະນີໃນບັນດາເຫດໃຊ້ຄວາມຮຸນແຮງນີ້ແມ່ນບັນດາເປົ້າໝາຍທີ່ໄດ້ລະບຸໄວ້ແລ້ວ ແລະ ມີຄວາມກ່ຽວຂ້ອງເຖິງການປະທະກັນຈາກບັນດາຝ່າຍຢູ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ