ບັນດາເຫດວາງລະເບີດ ແລະ ຍິງປະທະຢູ່ ອັບການິດສະຖານ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ວັນທີ 13 ພຶດສະພາ, ວົງການເຈົ້າໜ້າທີ່ ອັບການິດສະຖານ ໃຫ້ຮູ້ວ່າ: ເຫດຍິງປະທະໄດ້ເກີດຂຶ້ນລະຫວ່າງບັນດາກຳລັງປ້ອງກັນຄວາມສະຫງົບ ແລະ ພວກກະບົດ
ບັນດາເຫດວາງລະເບີດ ແລະ ຍິງປະທະຢູ່ ອັບການິດສະຖານ ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1ເຫດວາງລະເບີດ ແລະ ຍິງປະທະຢູ່ ອັບການິດສະຖານ (ພາບ: Reuters)

 ພາຍຫລັງບັນດາເຫດວາງລະເບີດເກີດຂຶ້ນຢູ່ນະຄອນ ຢາລາລາບາດ ຂຶ້ນກັບແຂວງ ນານກາຮາ ທາງທິດຕາເວັນອອກປະເທດນີ້, ເຮັດໃຫ້ຢ່າງໜ້ອຍສຸດມີ 6 ຄົນ ເຊິ່ງເປັນສາມັນຊົນເສຍຊີວິດ ແລະ 33 ຄົນຮັບບາດເຈັບ. ສຳນັກຂ່າວສານ AFP ຄັດສະເໜີຄຳເວົ້າໂຄສົກຂອງເຈົ້າແຂວງ ແຂວງ ນາກາຮາ ທ່ານ Attaullah Khogyani ໃຫ້ຮູ້ວ່າ: ມີ ສຽງລະເບີດດັ່ງຂຶ້ນແຮງ 2 ເທົ່າຢູ່ໃກ້ກັບຕຶກອາຄານກະຊວງການເງິນ, ຫລັງຈາກນັ້ນ ບາງເປົ້າໝາຍໄດ້ບຸກເຂົ້າຕຶກອາຄານຂອງລັດຖະບານ ແລະ ເກີດ ເຫດຍິງປືນປະທະກັບກຳລັງປ້ອງກັນຄວາມສະຫງົບ. ໜຶ່ງໃນບັນດາເປົ້າໝາຍບຸກໂຈມຕີຕຶກອາຄານດັ່ງກ່າວ ໄດ້ຖືກດັບສູນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ