ບັນດາເອກອັກຄະລັດຖະທູດ ກຸ່ມ G4 ອວຍພອນບຸນເຕັດປີແມວ 2023: ເພື່ອພື້ນຖານການສຶກສາກວມລວມຢູ່ ຫວຽດນາມ
(VOVWORLD) -ບັນດາການເຄື່ອນໄຫວ ແລະ ສາກົນຂອງນັກການທູດໄດ້ບັນທຶກຄຼິບວີດີໂອຍາວ 3 ນາທີ, ໃນນັ້ນໄດ້ເນັ້ນໜັກວ່າ ສັງຄົມກວມລວມ ແມ່ນສັງຄົມຮັບຮອງເອົາ ແລະ ເຄົາລົບສ່ວນບຸກຄົນໝົດທຸກຄົນ.
ບັນດາເອກອັກຄະລັດຖະທູດອວຍພອນບຸນເຕັດ ໃນຄຼິບວີດີໂອ (ພາບ: ໜ້າຈໍຄຼິບວີດີໂອ) |
ກ່ອນບຸນປີໃໝ່ປະຈຳຊາດປີແມວ 2023 ຂອງ ຫວຽດນາມ, ວັນທີ 18 ມັງກອນ, ເອກອັກຄະລັດຖະທູດ, ອຸປະທູດຊົວຄາວກຸ່ມ 4 ປະເທດກຸ່ມ G4 ປະຈຳ ຫວຽດນາມ ລວມມີ: ນິວຊີແລນ, ການາດາ, ນອກແວ ແລະ ສະວິດ ໄດ້ໄປຢາມໝູ່ບ້ານ ໄມມັນ (ນະຄອນ ໂຮ່ຈີມິນ) ແລະ ໄດ້ສົ່ງສານອວຍພອນປີໃໝ່ ຫວຽດນາມ. ບັນດາການເຄື່ອນໄຫວ ແລະ ສາກົນຂອງນັກການທູດໄດ້ບັນທຶກຄຼິບວີດີໂອຍາວ 3 ນາທີ, ໃນນັ້ນໄດ້ເນັ້ນໜັກວ່າ ສັງຄົມກວມລວມ ແມ່ນສັງຄົມຮັບຮອງເອົາ ແລະ ເຄົາລົບສ່ວນບຸກຄົນໝົດທຸກຄົນ, ໃນນັ້ນມີທັງຄົນພິການ ປ່ຽບເໝືອນດັ່ງຄູ່ຮ່ວມມືທີ່ມີຄວາມສະເໝີພາບ.
ໂດຍຫາກໍ່ໄດ້ຮັບໜ້າທີ່ຢູ່ ຫວຽດນາມ ເມື່ອເດືອນພຶດສະພາ ປີ 2022, ທ່ານເອກອັກຄະລັດຖະທູດ ການາດາປະຈຳ ຫວຽດນາມ Shawn Steil ແບ່ງປັນວ່າ:
ບຸນເຕັດປີນີ້, ຂ້າພະເຈົ້າຢາກສະໜັບສະໜູນໃຫ້ຜູ້ທີ່ພວມອຸທິດຕົນເພື່ອພື້ນຖານການສຶກສາກວມລວມ ຢູ່ ຫວຽດນາມ, ເພື່ອຮັບປະກັນພື້ນຖານການສຶກສານັ້ນໃຫ້ໝົດທຸກຄົນ ແລະ ບໍ່ປະສົບກັບສິ່ງກີດຂວາງໃດ, ເພື່ອໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນຂອງຕົນຢ່າງສຸດຂີດ.