ພາບປະກອບ: internet
|
(vovworld) - ຕໍ່ຫນ້າການຜັນແປຢ່າງສັບສົນຂອງພະຍຸ Gaemi, ຕອນບ່າຍວັນທີ 3/10, ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພະຍຸນ້ຳຖ້ວມສູນກາງໄດ້ຈັດການປະຊຸມດ່ວນເພື່ອຕີລາຄາ ແລະ ຊອກຫາວິທີການເພື່ອປ້ອງກັນ ແລະ ຕ້ານພະຍຸ Gaemi. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ສະເຫນີໃຫ້ບັນດາທ້ອງຖິ່ນຈົ່ງສຸມໃສ່ຊີ້ນຳການກະກຽມເພື່ອຮັບມືກັບພະຍຸ Gaemi ຢ່າງເຂັ້ມງວດ, ຮຽກຮ້ອງ, ແນະນຳໃຫ້ເຮືອ, ກຳປັ່ນອອກຈາກເຂດອັນຕະລາຍ. ບັນດາແຂວງ, ນະຄອນ ຕ້ອງເດັດດ່ຽວຊີ້ນຳການຮັບປະກັນຄວາມປອດໄພໃຫ້ແກ່ເຮືອກຳປັ່ນ ຫລີກລ້ຽງພະຍຸດັ່ງກ່າວ, ຍົກຍ້າຍປະຊາຊົນໄປສູ່ສະຖານທີ່ປອດໄພ. ຄາດວ່າ ຕອນບ່າຍ 6/10, ພະຍຸ Gaemi ຈະພັດເຂົ້າພາກກາງ ຫວຽດນາມ. ມາຮອດປະຈຸບັນ ບັນດາແຂວງ, ນະຄອນ ຢູ່ ພາກກາງ ຫວຽດນາມ ໄດ້ແຈ້ງຂ່າວຄາວກ່ຽວກັບການຜັນແປຂອງພະຍຸ ແລະ ບໍລິເວນຖືກຜົນສະທ້ອນໃຫ້ແກ່ເຮືອກຳປັ່ນ ກວ່າ 28.000 ລຳຮັບຊາບ. ແຂວງ Binh Dinh ພວມກະກຽມການປ້ອງກັນ ແລະ ຕ້ານພະຍຸ. ທ່ານ Phan Trong Ho ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ Binh Dinh ໃຫ້ຮູ້ວ່າ:
“ຕ້ອງກວດກາຫນອງນ້ຳທັງໝົດ, ກວດກາຄັນຄູ. ຕ້ອງປ່ອຍນ້ຳຢູ່ໃນຫນອງທັງໝົດເພື່ອຮັບປະກັນຄວາມສາມາດບັນຈຸນ້ຳເມື່ອພະຍຸພັດເຂົ້າ. ຫລັງຈາກນັ້ນ ຕ້ອງມີແຜນການເກັບນ້ຳເພື່ອຮັບໃຊ້ເພື່ອລະບາຍນ້ຳເຂົ້າທົ່ງນາ.”
ຄະນະສະມາຊິກສະພາແຫ່ງຊາດແຂວງ Quang Nam ໄດ້ໄປກວດກາຫນອງນ້ຳທັງໝົດ, ສະເຫນີໃຫ້ເຈົ້າຂອງການລົງທຶນບັນດາກິດຈະກຳໄຟຟ້ານ້ຳຕົກສົມທົບກັນຢ່າງແຫນ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນເພື່ອເພີ່ມທະວີວຽກງານຄຸ້ມຄອງຄວາມປອດໄພໃຫ້ແກ່ເຂື່ອນໄຟຟ້າ, ເດັດດ່ຽວບໍໍ່ເກັບນ້ຳຢູ່ລະດັບສູງສຳລັບຫນອງທີ່ບໍ່ຮັບປະກັນຄວາມປອດໄພ.