ບັນ​ດາ​ແຂວງ​ພາກ​ກາງ​ຫວຽດ​ນາມ​ຮັບ​ມື​ກັບ​​ພະ​ຍຸ​ນ້ຳ​ຖ້ວມ

(VOVWORLD) - ໃນ 2 ວັນມານີ້, ຢູ່ເຂດພູດອຍແຂວງກວາງຈິ ທາງພາກກາງຫວຽດນາມ ມີຝົນຕົກໜັກ, ນ້ຳຕາມຫ້ວຍນ້ຳລຳເຊຍິ່ງຂຶ້ນສູງ, ໄຫຼແຮງ, ເຮັດໃຫ້ເກີດມີນ້ຳຖ້ວມຢູ່ສະຖານທີ່ຕ່າງໆ.
ບັນ​ດາ​ແຂວງ​ພາກ​ກາງ​ຫວຽດ​ນາມ​ຮັບ​ມື​ກັບ​​ພະ​ຍຸ​ນ້ຳ​ຖ້ວມ - ảnh 1

(ພາບ: https://vietnamnet.vn/)

  ນັບແຕ່ຄ່ຳຄືນວັນທີ 1 ພະຈິກຈົນຮອດຕອນເຊົ້າວັນທີ 2 ພະຈິກເກີດມີຝົນຕົກໜັກຢູ່ບໍລິເວນນະຄອນດ່ານັງ ແລະ ແຂວງກວາງນາມ. ຢູ່ດ່ານັງ, ຝົນຕົກໜັກເຮັດໃຫ້ມີນ້ຳຖ້ວມຢູ່ຖະໜົນຫົນທາງສາຍຕ່າງໆ, ເຂດຊຸມຊົນຈຳນວນໜຶ່ງ.

   ຢູ່ແຂວງຟູອຽນ, ຝົນຕົກໜັກເຮັດໃຫ້ຖະໜົນຫົນທາງຈຳນວນໜຶ່ງຖືກເສາະເຈື່ອນ ຊື່ງໄດ້ເຮັດໃຫ້ເກີດມີສະພາບລົດຕິດ. ທ່ານເຈີ່ນຫີ້ວເທ ຮອງປະທານຄະນະກຳມະການປະຊາຊົນແຂວງຟູອຽນ ໃຫ້ຮູ້ວ່າ: ປະຈຸບັນ, ທາງແຂວງໄດ້ໃຫ້ບຸລິມະສິດສຸມໃສ່ໜູນຊ່ວຍເຮືອນ 160 ຫຼັງຂອງປະຊາຊົນຖືກເພພັງ, ຫຼັງຄາເພີກ, ຊ່ວຍປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິຄືນໃໝ່ ພ້ອມທັງຜັນຂະຫຍາຍວິທີການຮັບມືກັບພະຍຸ, ຝົນຕົກໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ