ບັນຫາຊາວອົບພະຍົບ: ອີຢູ ປ່ອຍສິນເຊື່ອຕື່ມອີກ 3,7 ຕື້ USD ໃຫ້ ຕວກກີ

(VOVWORLD) - ວັນທີ 14 ມີນາ, ສະຫະພາບ ເອີຣົບ (ອີຢູ) ປະກາດວ່າ ໄດ້ປ່ອຍສິນເຊື່ອຕື່ມອີກ 3,7 ຕື້ USD ຊ່ວຍເຫຼືອດ້ານການເງິນໃຫ້ ຕວກກີ ຕາມຂໍ້ຕົກລົງເພື່ອສະກັດກັ້ນກະແສຊາວອົບພະຍົບຈາກ ຕວກກີ ໄປຍັງບັນດາປະເທດຝ່າຍຕາເວັນຕົກ.
ບັນຫາຊາວອົບພະຍົບ: ອີຢູ ປ່ອຍສິນເຊື່ອຕື່ມອີກ 3,7 ຕື້ USD ໃຫ້ ຕວກກີ  - ảnh 1ພາບປະກອບ/ EPA

ຄະນະກຳມະການເອີຣົບ, ອົງການອຳນາດບໍລິຫານຂອງ ອີຢູ ໃຫ້ຮູ້ວ່າ: ໄດ້ເລີ່ມຕົ້ນລະດົມບ້ວງເງິນໜູນຊ່ວຍ 3,7 ຕື້ USD ຄັ້ງທີ 2 ໃຫ້ຕວກກີ ທີ່ກ່ຽວຂ້ອງເຖິງການຄວບຄຸມກະແສຊາວອົບພະຍົບ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ບຣຸກແຊນ (ແບນຊິກ), ທ່ານ Dimitris Avramopoulos ກຳມະການ ເອີຣົບ ຮັບຜິດຊອບບັນຫາອົບພະຍົບ ຖືວ່າ ປັດຈຸບັນ ແມ່ນຈຸດເວວາທີ່ເໝາະສົມ ເພື່ອໃຫ້ ອີຢູ ກໍ່ຄືບັນດາປະເທດສະມາຊິກເລີ່ມເຄື່ອນໄຫວບ້ວງເງິນໜູນຊ່ວຍ 3,7 ຕື້ USD ຄັ້ງທີ 2 ໃຫ້ ຕວກກີ ພາຍຫລັງທີ່ຜັນຂະຫຍາຍບ້ວງທີ 1 ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ