ບັນຫາຊາວອົບພະຍົບ:EUຈະເພີ່ມທະວີການຄຸ້ມຄອງການເຂົ້າ-ອອກເມືອງຜ່ານລະບົບອີນເຕີເນັດ

ບັນຫາຊາວອົບພະຍົບ:EUຈະເພີ່ມທະວີການຄຸ້ມຄອງການເຂົ້າ-ອອກເມືອງຜ່ານລະບົບອີນເຕີເນັດ - ảnh 1
ພາບປະກອບ

(vovworld) –  ຄະນະ​ກຳມະການ​ເອີ​ລົບ (EC) ປາດ​ຖະໜາ​ຢາກ​ສ້າງ​ຕັ້ງ​ລະບົບ​​ອີນ​ເຕີ​ເນັດ​​ເພື່ອຄຸ້ມຄອງການກວດ​ຄົນ​ເຂົ້າ - ອອກ​ເມືອງ (EES) ຢູ່​ເຂດ​ຊາຍ​ແດນ​ນອກ​ສະຫະພາ​ບ​ເອີ​ລົບ (EU) ​ເພື່ອ​​ແນ​ໃສ່​ເພີ່​ມທະວີ​ລະບຽບ​ການ​ກວດກາ​ສຳລັບ​ພົນລະ​ເມືອງ​ຂອງ​ປະ​ເທດ​ທີ 3 ​ເຂົ້າ EU. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມື່ອ​ວັນ​ທີ 6/4, ຢູ່ ບຣຸກ​ແຊ​ນ ກ່ຽວ​ກັບ​ບັນດາ​ຂໍ້​ສະ​ເໜີ​ໃໝ່​ຂອງ EC ​ໃນ​ການ​ຄຸ້ມ​ຄອງ​ບັນຫາ​ຄົນ​ເຂົ້າ​ເມືອງ, ທ່ານ Dimitris Avramopoulos, ກຳມະການ​ເອີ​ລົບ, ຮັບຜິດຊອບ​ການ​ເຂົ້າ​ເມືອງ​ໄດ້​ເນັ້ນ​ໜັກ​ວ່າ: ​ເລື່ອງ​ນຳ​ໃຊ້​ເຕັກ​​ໂນ​ໂລ​ຢີ​ໃໝ່​ຈະ​ຊ່ວຍ​ໃຫ​້ EU ຄຸ້ມ​ຄອງ​ຂະ​ບວນ​ຊາວ​ອົບ​ພະຍົບ​ຈາກ​ເຂດ​ຊາ​ຍ​ແດນເຂົ້າ ​ເອີ​ລົບ, ຕ້ານ​ການ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ ​ແລະ ​ເພີ່ມ​ທະວີ​ຄວາມ​ສະຫງົບ​ພາຍ​ໃນ​ກຸ່ມ​ໃຫ້​ດີ​ກ່ວາ​ອີກ. ຕາມ​ທ່ານ Dimitris Avramopoulos ​ແລ້ວ, ລະບົບ​ຄຸ້ມ​ຄອງ​ການ​ເຂົ້າ - ອອກ​ເມືອງ​ໃໝ່​ນີ້​ຈະ​ແທນ​ໃຫ້ການ​​ປະ​ທັບ​ກາດ້ວຍ​ມື​ຄື​ປະຈຸ​ບັນ​ເຂົ້າ​ໜັງສືຜ່ານ​ແດນ​ຂອງ​ນັກ​ທ່ອງ​ທ່ຽວ ພ້ອມ​ທັງ​ຄຸ້ມ​ຄອງ​ເວລາ​ອາ​​ໄສ​​ໄລຍະສັ້ນ​ເຊິ່ງ​ໄດ້​ຮັບ​ການ​ອະນຸຍາດ​ມີ​ປະສິດທິ​ຜົນ​ກ່ວາ. ລະບົບ​ໃໝ່​ນີ້​ຈະ​ເພີ່ມ​ທະວີ​ການ​​ຄວບ​ຄຸມ​ເຂດ​ຊາຍ​​ແດນ​​ແບບ​ອັດຕະ​ໂນ​ມັດ ​ແລະ ພົບ​ເຫັນ​ບັນດາ​ກໍ​ລະ​ນີ​ໃຊ້​ເອກະສານ​ປອມ​ໄດ້​ດີ​ກ່ວາ. ລະບົບການ​ຄຸ້ມ​ຄອງ​ໃໝ່​ນີ້​ຈະ​​ນຳ​ໃຊ້​ສຳລັບພົນລະ​ເມືອງ​ປະ​ເທດ​ທີ 3 ​ທຸກໆຄົນ​ທີ່​ພວມ​ຢູ່​ອາ​ໄສ​​ໃນ​ໄລຍະ​ສັ້ນ​ຢູ່​ເຂດ Schengen.


ຂ່າວ/ບົດ​ອື່ນ