ຊາວອົບພະຍົບລອດຕາຍໃນເຫດກຳປັ່ນຈົມນ້ຳ
|
(vovworld)- ວັນທີ 13/4, ທ່ານ Ayoub Qassem, ໂຄສົກຂອງກຳລັງປ້ອງກັນຄວາມສະຫງົບຢູ່ແຄມທະເລ ລີບີ ໃຫ້ຮູ້ວ່າ: ມີຊາວອົບພະຍົບປະມານ 100 ຄົນຖືກຫາຍສາບສູນ ເມື່ອກຳປັ່ນຂົນສົ່ງເຂົາເຈົ້າຖືກຈົມນ້ຳຢູ່ນອກຝັ່ງ ລີບີ. ຕາມເຈົ້າຫນ້າທີ່ດັ່ງກ່າວແລ້ວ, ກຳປັ່ນນີ້ຖືກຈົມນ້ຳຢູ່ Gargaresh, ນອກຝັ່ງເຂດທາງທິດຕາເວັນຕົກນະຄອນຫລວງ Tripoli. ມີພຽງ 23 ຄົນໄດ້ຮັບການກູ້ເອົາຊີວິດ, ໃນຂະນະນັ້ນ ມີປະມານ 97 ຄົນຖືກຫາຍສາບສູນ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍ 15 ຄົນ. ບັນດາຜູ້ລອດຕາຍເລົ່າໃຫ້ຟັງວ່າ, ກຳປັ່ນລຳນີ້ຂົນສົ່ງ 120 ຄົນ. ທ່ານ Qassem ໃຫ້ຮູ້ວ່າ: ພື້ນກຳປັ່ນຖືກແຕກແມ່ນສາຍເຫດເຮັດໃຫ້ກຳປັ່ນຈົມນ້ຳ.