(ພາບປະກອບ)
(vovworld) – ຄວາມເຄັ່ງຕຶງຢູ່ອາເມລິກາທີ່ກ່ຽວຂ້ອງເຖິງບັນຫາງົບປະມານຂອງລັດຖະບານ ແລະ ເພດານໜີ້ສິນສາທາລະນະຍັງບໍ່ທັນມີສັນຍານໄດ້ຮັບການແກ້ໄຂເທື່ອ, ເມື່ອການປະຊຸມຄັ້ງໃໝ່ສຸດລະຫວ່າງບັນດາສະມາຊິກສະພາແຫ່ງຊາດຂອງພັກປະຊາທິປະໄຕ ແລະ ພັກສາທາລະນະ ໃນວັນທີ 13/10 ບໍ່ໄດ້ຮັບຜົນ. ກ່າວຄວາມເຫັນກ່ອນທີ່ສະພາສູງອັດປະຕູເມື່ອວັນທີ 13/10, ສະມາຊິກສະພາສູງພັກປະຊາທິປະໄຕ Harry Reid ໃຫ້ຮູ້ວ່າ ການປະຊຸມເມື່ອທ້າຍອາທິດຂອງທ່ານກັບການນຳພັກສາທາລະນະ Mitch McConnell ບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ ແຕ່ທັງສອງຝ່າຍຍັງບໍ່ທັນເຫັນດີເປັນເອກະພາບນຳກັນເທື່ອ. ວັນທີ 14/10, ສະພາສູງ ແລະ ສະພາຕຳ່ມີການປຶກສາຫາລືສະເພາະນຳກັນ.