ບຸນເຕັດ ຫວຽດນາມ ຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
(VOVWORLD) - ວັນທີ 17 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ສະຫະພາບເອີຣົບ ໄດ້ຈັດຕັ້ງການຫໍ່ເຂົ້າຕົ້ມ ເພື່ອມອບໃຫ້ພະນັກງານ, ລັດຖະກອນ, ຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຄື ບັນດາອົງການທາງການທູດ.
ການຫໍ່ເຂົ້າຕົ້ມຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ ລັດເຊຍ (ພາບ: VOV) |
ເພື່ອແນໃສ່ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ອົບອຸ່ນໃຫ້ແກ່ພະນັກງານ, ລັດຖະກອນ ກໍຄື ຜູ້ຕາງໜ້າພໍ່ແມ່ພີ່ນ້ອງໃນປະຊາຄົມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີແມວ 2023, ວັນທີ 17 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ສະຫະພາບເອີຣົບ ໄດ້ຈັດຕັ້ງການຫໍ່ເຂົ້າຕົ້ມ ເພື່ອມອບໃຫ້ພະນັກງານ, ລັດຖະກອນ, ຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຄື ບັນດາອົງການທາງການທູດ.
ນ້ອງ ຫງວຽນຫວູທູຢາງ, ອາຍຸ 12 ປີ ເປັນຄັ້ງທຳອິດ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ແລະ ເຂົ້າຮ່ວມການຫໍ່ເຂົ້າຕົ້ມ ຢູ່ ລັດເຊຍ ແບ່ງປັນວ່າ:
“ນີ້ເປັນຄັ້ງທຳອິດທີ່ຫຼານໄດ້ຕ້ອນຮັບບຸນເຕັດຢູ່ ລັ ດເຊຍ, ມີບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ ແລະ ອົບອຸ່ນຫຼາຍ, ພວກຫຼານພາກັນຫໍ່ເຂົ້າຕົ້ມມ່ວນຫຼາຍ. ພວກລຸງປ້າອາວອາ ກໍໄດ້ແນະນຳວິທີຫໍ່ໃຫ້ຫຼານຢ່າງສຸດໃຈ. ນ້ອງຮູ້ສຶກວ່າ ບັນຍາກາດຢູ່ທີ່ນີ້ ກໍຄ້າຍຄືກັບຢູ່ບ້ານເກີດເມືອງນອນ. ຢູ່ບ້ານຂອງຫຼານ ກໍໄດ້ຫໍ່ເຂົ້າຕົ້ມແບບນີ້”.