ບຸນເຕັດວົງຄະນາຍາດປີ2015ຢູ່ປານາມາ,ຍີ່ປຸ່ນ,ອີຢີບ

ບຸນເຕັດວົງຄະນາຍາດປີ2015ຢູ່ປານາມາ,ຍີ່ປຸ່ນ,ອີຢີບ - ảnh 1
ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ພົບ​ປະ​ສັງ​ສັນ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ມະ​ແມ
ພາບ​:internet

(vovworld)-​ບຸນ​ເຕັດ​ວົງ​ຄະ​ນາ​ຍາ​ດ ອວຍ​ພອນ​ປີ​ໃຫມ​່​ປີ​ມະ​ແມ 2015 ຢູ່ ຍີ່​ປຸ່ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ​ດາວ​ຊວນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ປະ​ຈຳ​ຍີ່​ປຸ່ນ ພ້ອມ​ດ້ວຍ​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ແລະ ກວ່າ 300 ຄົນ​ທີ່​ຕາ​ງ​ຫນ້າ​ໃຫ້​ບັນ​ດາ​ອົງ​ການ, ນັກ​ສຶກ​ສາ ແລະ ຄົນ​ງານ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດາວ​ຊວນ​ຮືງ ຕີ​ລາ​ຄາ​ສູງ ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຍີ່​ປຸ່ນ ໄດ້​ປະ​ກອບ​ສ່ວນ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ກໍ​ຄື​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ.

        ຢູ່ ນະ​ຄອນ​ຫລວງ Cairo, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​​ ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່, ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ດາວ​ແທ່ງ​ຈູງ ໄດ້​ແຈ້ງ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ກ່ຽວ​ກັບ​ສະ​ພາບ​ການ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ຫວຽດ​ນາມ, ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢີບ ໃນ​ປີ​ຜ່ານ​ມາ ພ້ອມ​ທັງ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີຢ​ີບ ໃນ​ວຽກ​ງານ​ຂອງ​ສະ​ຖານ​ທູດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ດາງ​ແທ່ງ​ຈູງ ເນັ້ນ​ຫນັກ​ວ່າ:

         “ໃນ​ປີ​ຜ່ານ​ມາ, ສະ​ພາບ​ການ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຢີບ ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ສະ​ຖານ​ທູດ ຫວຽດ​ນາມ ຍາມ​ໃດ​ກໍ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂ​ອງ​ຕົນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ. ເຖິງ​ວ່າ ໃນ​ເງື່ອນ​ໄຂ​ຫຍຸ້ງ​ຍາກ​ຄື​ດັ່ງ​ກ່າວ, ແຕ່​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີຢ​ີບ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ສືບ​ຕໍ່​ມີ​ບັນ​ດາ​ຜົນ​ງານ​ໃນ​ຫລາຍ​ຂົງ​ເຂດ, ສາ​ມັກ​ຄີ​ກັນ ແລະ ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ, ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ເປັນ​ຂົວ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.”

        ວັນ​ທີ 14/2, ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ປາ​ນາ​ມາ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນ​ຮັບ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ມະ​ແມ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ປາ​ນາ​ມາ ເປັນ​ຈຳ​ນ​ວນ​ຫລວງ​ຫລາຍ. ທ່ານ ຫງວຽນ​ອານ​ຢູຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ປາ​ນາ​ມາ ໄດ້​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ປາ​ນາ​ມາ ທີ່​ມີ​ຕໍ່​ບ້ານ​ເກີ​ດ​ເມືອງນອນ, ປະ​ເທດ​ຊາດ. ບຸນ​ເຕັດ​ວົງ​ຄະ​ນາ​ຍາດ​ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ ແລະ ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ມື, ຫນູນ​ຊ່ວຍ​ຂອງ​ບັນ​ດາ​ສ່ວນ​ບຸກ​ຄົນ, ສະ​ມາ​ຄົມ ແລະ ​ສົ່ງ​ເສີມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດນັບ​ມື້​ນັບ​ສາ​ມັກ​ຄີກວ່າ, ອ​ວ່າຍ​ຫນ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ເພື່ອ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ