ບໍ່ມີຊາວຫວຽດນາມຜູ້ໃດເສຍຊີວິດແລະຮັບບາດເຈັບໃນພາຍຸPam
ພະຍຸພັດເຂົ້າ Vanuatu
(ພາບ: baomoi.com)
|
(vovworld) – ກ່ຽວຂ້ອງເຖິງສະພາບປະຊາຄົມຊາວຫວຽດນາມ ອາໄສຢູ່ Vanuatu ພາຍຫຼັງປະເທດນີ້ຖືກພາຍຸ Pam ທຳລາຍໃນວັນທີ 13/3/2015, ກົມສື່ສານ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຂ່າວກ່ຽວກັບພາຍຸ Pam ອາດຈະພັດໂດຍກົງເຂົ້າ Vanuatu, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ນຳສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ, ແຈ້ງໃຫ້ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ Vanuatu ເປັນເຈົ້າການຮັບມືກັບພາຍຸ. ສະຖານທູດອົດສະຕາລີ ໄດ້ພົວພັນຕິດຕໍ່ກັບສະມາຄົມຊາວ ຫວຽດນາມ ເພື່ອກຳແໜ້ນສະພາບພາຍຸ ແລະ ໄດ້ຮູ້ວ່າບໍ່ມີຊາວ ຫວຽດນາມຜູ້ໃດເສຍຊີວິດ ແລະ ຮັບບາດເຈັບ. ປະຈຸບັນສະຖານທູດ ຫວຽດນາມ ພວມສືບຕໍ່ຕິດຕາມສະພາບການ ແລະ ກຽມພ້ອມບັນດາມາດຕະການໜູນຊ່ວຍ, ຊ່ວຍເຫຼືອທີ່ຈຳເປັນ ຖ້າມີຂ່າວທີ່ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ Vanuatu ປະສົບຄວາມຫຍຸ້ງຍາກພາຍຫຼັງພາຍຸ Pam.