ບໍ່ມີບາດກ້າວບຸກທະລຸພາຍຫລັງການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດລັດເຊຍ-ອາເມລິກາ

ບໍ່ມີບາດກ້າວບຸກທະລຸພາຍຫລັງການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດລັດເຊຍ-ອາເມລິກາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​
​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ລັດ​ເຊຍ Sergei Lavrov
(ພາບປະກອບ AFP/TTXVN)

(vovworld) – ​ ວັນ​ທີ 07/12 ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ລັດ​ເຊຍ Sergei Lavrov ຢູ່ ​ເຢຍລະ​ມັນ ​ເຖິງ​ຢ່າງ​ໃດ​ກໍ່ຕາມ 2 ຝ່າຍ​ບໍ່​ບັນລຸ​ໄດ້ບາດກ້າວບຸ​ກທະລຸ​ໃນ​ຄວາມ​ມານະ​ພະຍາຍາມຢຸດ​ຊົ່ວຄາວທີ່​ພວມ​ເກີດ​ຂຶ້ນ​ຢູ່​ນະຄອນ Aleppo ຢູ່ ຊີຣີ. ພາຍຫລັງ​ການ​ພົບ​ປະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Kerry ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ເຕື້ອງ​ເຖິງ “​ສະພາບ​ການຮ້າຍ​ແຮງ​ຢ່າງ​ຜິດ​ປົກກະຕິຢູ່ Aleppo” ກໍ່​ຄື “​ແລກປ່ຽນ​ບາງ​ຄຳ​ຄິດ​ຄຳ​ເຫັນ”. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໃຫ້​ຮູ້​ວ່າ: ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ຮັບຮອງ “ການ​ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ ​ໃນວັນ​ທີ 02/12”, ລວມມີ ​ເລື່ອງຖອນກຳລັງ​ຝ່າ​ຍຄ້ານທັງ​ໝົ​ດ​ອອກ​ຈາກ​ເຂດ​ຕາ​ເວັນ​ອອກ Aleppo ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Kerry ​ໄດ້​ປະຕິ​ເສດ​ບໍ່​ວ່າການ​ປ່ຽນ​ແປງ​ໃດໆ ​ໃນ​ແຜນການ​ນີ້.

 

 

 

ຂ່າວ/ບົດ​ອື່ນ