ບໍ່ມີພັກການເມືອງໃດຍາດໄດ້ທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດ

ບໍ່ມີພັກການເມືອງໃດຍາດໄດ້ທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດ - ảnh 1
ທ່ານນາຍົກລັດຖະມົນຕີ Ireland Enda Kenny
(ພາບ: Reuters)

(vovworld) - ຜົນ​ແຫ່ງ​ການນັດ​ບັດ​ສຸດ​ທ້າຍ​ທີ່​ປະກາດ​ໃນ​ວັນ​ທີ 3/3 ໃຫ້​ເຫັນ​ວ່າ, ພັນທະ​ມິດ​ກຳ​ອຳນາດ​ທີ່​ໃກ້​ຈະ​ໝົດ​ອາຍຸ​ການ​ຂອງ​ນາຍົກລັດຖະມົນຕີ Ireland Enda Kenny ​ເຖິງ​ວ່າ​ໄດ້​ນຳ​ໜ້າ​ໃນ​ການ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ນີ້​ແລ້ວ​ກໍ່ຕາມ, ​ແຕ່​ບໍ່​ຍາດ​ໄດ້​ທີ່​ນັ່ງ​ສ່ວນ​ຫຼາຍ​ໃນ​ສະພາ​ແຫ່ງ​ຊາດຊຸດ​ໃໝ່. ຕາມ​ໝາກຜົນ​ດັ່ງກ່າວ, ພັກ Fine Gael ຍາດ​ໄດ້ 50/158 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​, ຖັດຈາກ​ພັກ​ນີ້​ແມ່ນ​ພັກ Fianna Fdil ດ້ວຍ 44 ທີ່​ນັ່ງ, ຢືນ​ອັນ​ດັບ 3 ​ແມ່ນ​ພັກ Sinn Fein ດ້ວຍ 23 ທີ່​ນັ່ງ. ຕາມ​ຂໍ້​ກຳນົດ​ແລ້ວ, ພັກ​ການ​ເມືອງ​ໃດ​ກໍ່​ສາມາດ​ສ້າງ​ຕັ້ງ​ລັດຖະບານ​ເອງ​ຢູ່ Ireland​, ​ແຕ່​ຕ້ອງ​ຍາດໄດ້ຢ່າງ​ໜ້ອຍ​ສຸດ​ແມ່ນ 80 ທີ່​ນັ່ງ​​ໃນ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ