ບຣາຊີນເພີ່ມທະວີການຮັບປະກັນຄວາມປອດໄພຢູ່ບັນດາສະຖານທີ່ທ່ອງທ່ຽວໃນໄລຍະດຳເນີນOlympic

ບຣາຊີນເພີ່ມທະວີການຮັບປະກັນຄວາມປອດໄພຢູ່ບັນດາສະຖານທີ່ທ່ອງທ່ຽວໃນໄລຍະດຳເນີນOlympic - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 03/08, ກຳລັງ​ກອງທັບ ບຣາຊີ​ນ ​ໄດ້​ເພີ່​ມຈຳນວນ​ພົນທະຫານຕື່ມ​ອີກ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຢູ່ບໍລິ​ເວນພະ​ເຢຊູ ​ແລະ ບໍລິ​ເວນ​ກະ​ເຊົ້າ​ລອຍ​ຟ້າ Pao de Azucar, ​ເຊິ່ງ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວທີ່​ມີ​ຊື່​ສຽງ 2 ​ແຫ່ງ​ຢູ່​ນະຄອນ Rio de Janeiro. ບຣາຊີ​ນ ກໍ່​ເພີ່ມ​ທະວີ​ບັນດາ​ພາຫະນະອຸປະ​ກອບກວດກາຄວາມ​ປອດ​ໄພທັນ​ສະ​ໄໝ​ທີ່​ສຸດ​ຢູ່​ປະຕູ​ເຂົ້າ​ອອກ. ກ່ອນ​ທີ່​ດຳ​ເນີນ Olympic Rio 2016, ອົງການສືບ​ລາຊະການ​ລັບ ບຣາຊີ​ນ ກ່າວ​ເຕືອນ​ວ່າ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລືຊື່​​ຢູ່ Rio de Janeiro ອາດ​ຈະ​ກາຍ​ເປັນ​​ເປົ້າໝາຍ​ບຸກ​ໂຈມ​ຕີ​ຂອງ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ.

        ບຣາຊີ​ນ ​ໄດ້​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ໃນ​ຊຸມ​ວັນ​ທີ​ດຳ​ເນີນ Olympic ພາຍຫລັງ​ເກີດ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າ​ຍຢູ່ ​ເອີ​ລົບ ​ແລະ ຕາ​ເວັນ​ອອກ​ກາງ ຢ່າງ​ລຽນຕິດ​ໃນ 2, 3 ອາທິດ​ຜ່ານ​ມາ. ປະຈຸ​ບັນ ບຣາຊີ​ນ ມີ​ແຜນການ​ປຸກລະດົມຕຳ​ຫລວດ, ທະຫານ ​ແລະ ນັກ​ສືບ​ລາຊະການ​ລັບ 88.000 ຄົນ ​ເຂົ້າ​ຮ່ວມການ​ຮັບ​ປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ Olympic 2016.

 

ຂ່າວ/ບົດ​ອື່ນ