ບາງປະເທດສະເໜີມາດຕະການກ່ຽວກັບບັນຫາ ສປປ.ເກົາຫຼີ

(VOVWORLD) - ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຂອງຜູ້ບັນຊາການທະຫານບົກ 29 ປະເທດພາກພື້ນ ມະຫາສະໝຸດປາຊີຟິກ ແລະ ມະຫາສະໝຸດອິນເດຍ, ວັນທີ 20 ກັນຍາ,
ບາງປະເທດສະເໜີມາດຕະການກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yon

ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yon ຖະແຫຼງວ່າ ປະເທດນີ້ ຈະເພີ່ມທະວີບັນດາມາດຕະການລົງໂທດ ແລະ ກໍ່ຄວາມດັນຕໍ່ ສປປ.ເກົາຫຼີ ແນໃສ່ບັງຄັບໃຫ້ ພຽງຢາງ ກັບຄືນສູ່ການເຈລະຈາ. ທ່ານນາຍົກລັດຖະມົນຕີ Lee Nak-yon ເຕືອນວ່າ ລັດຖະບານ ສ.ເກົາຫຼີ ຈະນຳໃຊ້ບັນດາມາດຕະການຮັບມືຢ່າງແຮງ ແລະ ມີປະສິດທິຜົນ ໃນບັນຫານີ້. ນອກນັ້ນ, ທ່ານນາຍົກລັດຖະມົນຕີ Lee Nak-yon ກໍ່ຢືນຢັນວ່າ ໃນຂະນະທີ່ເພີ່ມທະວີບັນດາມາດຕະການລົງໂທດ ແລະ ກໍ່ຄວາມດັນ ເພື່ອນຳ ສປປ.ເກົາຫຼີ ໃຫ້ເດີນຕາມເສັ້ນທາງການເຈລະຈາ.

        ກ່ຽວຂ້ອງເຖິງບັນຫາ ສປປ.ເກົາຫຼີ, ວັນທີ 20 ກັນຍາ, ໃນບົດກ່າວປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຮຽກຮ້ອງບັນດາປະເທດປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ສຳລັບ ສປປ.ເກົາຫຼີ ຢ່າງຄົບຖ້ວນ ພາຍຫລັງບັນດາເຫດທົດລອງລູກສອນໄຟ ແລະ ນິວເຄຼຍຂອງ ພຽງຢາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ