ບານເຕະຫວຽດນາມ ກັບຄືນສູ່ Top 15 ອາຊີ ໃນຕາລະລາງຈັດອັນດັບ FIFA

(VOVWORLD) -ທິມຊາດຫວຽດນາມ ຊະນະ 2 ທິມ ແມ່ນທິມ ມາເລເຊຍ ແລະ ອິນໂດເນເຊຍ ຢູ່ຮອບຄັດເລືອກ World Cup ແລະ ມີຄະແນນທັງໝົດແມ່ນ 14,4 ຄະແນນ. ດັ່ງນັ້ນ, ທິມຊາດຫວຽດນາມ ມີຄະແນນ 2 ຂັ້ນ ແຕ່ 1.231 ຂຶ້ນເປັນ 1245 ຄະແນນ,ແລະເລື່ອນຂຶ້ນຕື່ມອີກ 2 ຂັ້ນຢູ່ອັນດັບທີ 97 ໃນໂລກ ແລະ ໄດ້ກັບຄືນມາຢູ່ໃນ top 15 ອາຊີ.
ບານເຕະຫວຽດນາມ ກັບຄືນສູ່ Top 15 ອາຊີ ໃນຕາລະລາງຈັດອັນດັບ FIFA - ảnh 1 ທິມຊາດຫວຽດນາມ ເລື່ອນຂຶ້ນຕື່ມອີກ 2 ຂັ້ນຢູ່ອັນດັບທີ 97 ໃນໂລກ ແລະ ໄດ້ກັບຄືນມາຢູ່ໃນ top 15 ອາຊີ (ພາບ: TTXVN)

  ໃນການແຂ່ງຂັນຮອບຄັດເລືອກ World Cup 2022, ຕອນຄໍ່າວັນທີ 15 ຕຸລາ, ທິມ ຊາດຫວຽດນາມ ສາມາດເອົາຊະນະທິມ ປະເທດເຈົ້າພາບ ອິນໂດເນເຊຍ ໂດຍບັນລຸໄດ້ 3 ປະຕູຕໍ່ 1, ຜ່ານນັ້ນ, ຍົກອັນດັບຂອງຕົນຂຶ້ນ ໃນຕາຕະລາງຈັດອັນດັບຂອງ ສະຫະພັນບານເຕະໂລກ (FIFA). ໄຊຊະນະນີ້ ໄດ້ຊ່ວຍໃຫ້ທິມຊາດຫວຽດນາມ ເລື່ອນຂຶ້ນຢູ່ອັນດັບທີ 2 ຂອງ ສາຍ G ໃນຮອບຄັດເລືອກ World Cup 2022.

        ຕາມຂໍ້ກໍານົດແລ້ວ, ສໍາປະສິດຂອງຮອບຄັດເລືອກ World Cup 2022 ຢູ່ພາກພື້ນ ອາຊີ ແມ່ນ 25. ໃນເດືອນຕຸລານີ້, ທິມຊາດຫວຽດນາມ ຊະນະ 2 ທິມ ແມ່ນທິມ ມາເລເຊຍ ແລະ ອິນໂດເນເຊຍ ຢູ່ຮອບຄັດເລືອກ World Cup ແລະ ມີຄະແນນທັງໝົດແມ່ນ 14,4 ຄະແນນ. ດັ່ງນັ້ນ, ທິມຊາດຫວຽດນາມ ມີຄະແນນ 2 ຂັ້ນ ແຕ່ 1.231 ຂຶ້ນເປັນ 1245 ຄະແນນ,ແລະເລື່ອນຂຶ້ນຕື່ມອີກ 2 ຂັ້ນຢູ່ອັນດັບທີ 97 ໃນໂລກ ແລະ ໄດ້ກັບຄືນມາຢູ່ໃນ top 15 ອາຊີ.


ຕອບກັບ

ຂ່າວ/ບົດ​ອື່ນ