(VOVWORLD) - ໃນໂອກາດຕ້ອນຮັບບຸນເຕັດ, ມີຫຼາຍຄອບຄົວໃນບ້ານຍັງຍ້ອມມັດທູບໃຫ້ມີຫຼາກຫຼາຍສີສັນ, ຄື: ສີເຫຼືອງ, ສີຟ້າ, ສີຂຽວໃບໄມ້
(ໝູ່ບ້ານເຮັດທູບ ກວາງຝູເກົາ ໄດ້ສ້າງຕັ້ງຂຶ້ນມາກ່ອນນີ້ກວ່າ 100 ປີ) |
ໂດຍຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 35 ກມ, ໝູ່ບ້ານເຮັດທູບ ກວາງຝູເກົາ ໄດ້ສ້າງຕັ້ງຂຶ້ນມາກ່ອນນີ້ກວ່າ 100 ປີ, ມີຊື່ສຽງດ້ວຍອາຊີບເຮັດທູບ. ບໍ່ພຽງແຕ່ໄດ້ຮູ້ຈັກເຖິງຢູ່ພາຍໃນປະເທດເທົ່ານັ້ນ, ໃນໄລຍະຜ່ານມາມີແຂກທ່ອງທ່ຽວສາກົນຫຼາຍຄົນໄດ້ມາຢ້ຽມຢາມ ແລະ ຖ່າຍຮູບ ຢູ່ທີ່ນີ້, ສ້າງເປັນສະຖານທີ່ໃໝ່ໃນສື່ສັງຄົມອອນລາຍ Instagram, ຜ່ານບັນດາມັດທູບຫຼາຍສີສັນ.
ໂດຍກຳແໜ້ນຄວາມຕ້ອງການຂອງແຂກທ່ອງທ່ຽວ, ນອກຈາກການຍ້ອມທູບເປັນສີແດງ ຫຼື ສີບົວໃຫ້ທູບແລ້ວ, ໃນໂອກາດຕ້ອນຮັບບຸນເຕັດ, ມີຫຼາຍຄອບຄົວໃນບ້ານຍັງຍ້ອມມັດທູບໃຫ້ມີຫຼາກຫຼາຍສີສັນ, ຄື: ສີເຫຼືອງ, ສີຟ້າ, ສີຂຽວໃບໄມ້ອີກດ້ວຍ.
ພຽງແຕ່ຈ່າຍເງິນ 2 USD, ແຂກທ່ອງທ່ຽວກໍ່ສາມາດຖ່າຍຮູບໄດ້ຕາມສະບາຍ. ປະຊາຊົນຢູ່ທີ່ນີ້ກໍ່ສະຫງວນເວລາ, ສະຖານທີ່ເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານ ຫງວຽນຮິວລອງ, ຜູ້ເຮັດທູບຢູ່ບ້ານ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຈັດແຮງງານ 2 ຄົນມາໜູນຊ່ວຍ, ແນະນຳໃຫ້ແຂກທ່ອງທ່ຽວເລືອກເຂດ ແລະ ຖ່າຍຮູບໃຫ້ມີຮູບຖ່າຍງາມທີ່ສຸດ. ເຂົາເຈົ້າກໍ່ຊ່ວຍແນະນຳແຂກທ່ອງທ່ຽວຍ່າງຫຼີກມັດທູບບໍ່ໃຫ້ຫ່ງຽງ, ຮັບປະກັນໃຫ້ມີການລົງຕົວຈິງທີ່ດີທີ່ສຸດ”.