ບຳລຸງທັກສະຂຽນບົດກ່ຽວກັບແບບຢ່າງດີເດັ່ນໃຫ້ນັກຂ່າວລາວ
ຊຸດຝຶກອົບຮົມວິຊາການທັກສະຂຽນບົດກ່ຽວກັບ
ແບບຢ່າງດີເດັ່ນໃນສັງຄົມໃຫ້ບັນດານັກຂ່າວລາວ
(ພາບ:vietnamnet.vn)
(vovworld) - ວັນທີ 10/08, ຢູ່ແຂວງ ເງະອານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຈັດຊຸດຝຶກອົບຮົມວິຊາການທັກສະຂຽນບົດກ່ຽວກັບແບບຢ່າງດີເດັ່ນໃນສັງຄົມ ໃຫ້ບັນດານັກຂ່າວທີ່ມາຈາກອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນຂອງລາວ. ຊຸດຮຽນຖືກຈັດຂຶ້ນໃນລະຫວ່າງວັນທີ 10 – 14/08, ພ້ອມກັບການຮຽນທິດສະດີ ກັບທັກສະເຮັດຂຽນບົດ, ນັກຮຽນ 35 ຄົນ ຍັງໄດ້ເຂົ້າຮ່ວມການເຄື່ອນໄຫວຕົວຈິງຢູ່ເມືອງ ນາມດ່ານ, ແຂວງເງະອານ. ນີ້ແມ່ນຊຸດຮຽນທີ 11 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງ. ຊຸດຮຽນແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຂໍ້ຕົກລົງຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ ລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະທຳ ແລະ ທ່ອງທ່ຽວລາວ.