ບໍ່ໄດ້ບັງຄັບອູແກຼນ ເລືອກເຟັ້ນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ

ບໍ່ໄດ້ບັງຄັບອູແກຼນ ເລືອກເຟັ້ນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov
(ພາບ: Reuters)


(vovworld) - “ບໍ່​ໄດ້​ບັງຄັບ​ອູ​ແກຼນ ​ເລືອກ​ເຟັ້ນລະຫວ່າງ​ລັດ​ເຊຍ ຫຼື ຝ່າຍ​ຕາ​ເວັນ​ຕົກ”. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ເມື່ອວັນ​ທີ 25/02 ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ ລຸກ​ຊຳ​ບວກ ທ່ານ Jean Asselborn ພາຍ​ຫຼັງການ​ເຈລະຈາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ອູ​ແກຼນ. ນີ້​ແມ່ນ​ຄຳ​ກ່າວເຕື່ອນ​ໃໝ່​ສຸດ​ຂອງ​ມົດສກູ ວ່າ ສະຫະພາບ​ເອີ​ລົບ (EU) ​ແລະ ອາ​ເມ​ລິ​ກາ ບໍ່​ຄວນ​ຊອກ​ຫາ​ວິທີ​ຈັດ​ວາງ​ອະນາຄົດ​ໃຫ້​ອູ​ແກຼນ. ຕາມ​ທ່ານ Lavrov ​ແລ້ວ, ທັງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ ຄວນ​ພົບ​ປະ​ກັບ​ບັນດາກຳລັງ​ການ​ເມືອງ​ຢູ່​ອູ​ແກຼນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ, ຫາກ​ບໍ່​ຄວນ​ຊອກ​ຫາ​ວິທີ​ເພື່ອ​ຜົນ​ປະ​ໂຫຍດຂອງຝ່າຍ​ໃດໜຶ່ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ຍັງຢືນຢັນ​ວ່າ ລັດ​ເຊຍ ຮັກສາ​ຫຼັກ​ໝັ້ນ​ບໍ່​ແຊກ​ແຊງ ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ອູ​ແກຼນ ​ແລະ ຫວັງ​ວ່າ​ບັນດາ​ຄູ່​ຮ່ວມ​ມື​ອື່ນໆ​ໃນ​ປະຊາ​ຄົມ​ໂລກ​ກໍ່​ມີ​ການ​ເຄື່ອນ​ໄຫວ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ