ຕອນເຊົ້າວັນທີ 3 ມັງກອນ, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າໄດ້ຈັດກອງປະຊຸມສະຫຼຸບການປະຕິບັດໜ້າທີ່ຂອງປີ 2011, ແຜນການຂອງປີ 2012 ແລະ ບາງທິດທາງຕົ້ນຕໍ່ຂອງແຜນການ 5 ປີ 2011 - 2015 ຂອງຂະແໜງອຸດສາຫະກຳການຄ້າ. ປີ 2011, ເຖິງວ່າເສດຖະກິດ ຫວຽດນາມ ຮັບຜົນສະທ້ອນຈາກໄພເງິນເຟີ້ຂອງໂລກກໍ່ຕາມ, ແຕ່ຍ້ອນມີການຊີ້ນຳຢ່າງຂຽວຂາດຂອງລັດຖະບານ ແລະ ການຕອບສະໜອງຢ່າງຕັ້ງໜ້າຂອງທົ່ວປວງຊົນ ແລະ ວິສາຫະກິດສະນັ້ນຍັງສາມາດຮັກສາຄວາມສະຫງົບໝັ້ນທ່ຽງ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ. ຄວາມດູນດຽງເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ຕະຫຼາດສະໜອງ ແລະ ຈຳໜ່າຍສິນຄ້າໄດ້ຮັບການຮັບປະກັນ.... ການເຄື່ອນໄຫວ ສົ່ງອອກ, ນຳເຂົ້າບັນລຸໄດ້ໝາກຜົນດີ. ຍອດວົງເງິນສົ່ງອອກສິນຄ້າຂອງປີ 2011 ຄາດວ່າບັນລຸ 96 ຕື້ 3 ຮ້ອຍລ້ານ USD ເພີ່ມຂື້ນ 33% ເມື່ອທຽບກັບໄລຍະດຽວກັນຂອງປີ 2011. ເພື່ອປະກອບສ່ວນບັນລຸລະດັບການເຕີບໂຕ GDP ຂອງທົ່ວປະເທດປີ 2012 ແຕ່ 6% ຫາ 6,5% ຂະແໜງອຸດສາຫະກຳການຄ້າ ວາງອອກຈຸດໝາຍສຸ້ຊົນໃນນັ້ນເພີ່ມມຸນຄ່າການຜະລິດອຸດສາຫະກຳ 13%, ມູນຄ່າເພີ່ມໃນທົ່ວຂະແໜງອຸດສາຫະກຳເພີ່ມປະມານ 7,5% ເມື່ອທຽບກັບປີ 2011 .