(vovworld) - ຕາມບົດລາຍງານຫຼ້າສຸດຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ເມື່ອວັນທີ 4/1 ແລ້ວ, ຄາດວ່າທຶນ FDI ຈົດທະບຽນໃນປີ 2013 ຈະບັນລຸແຕ່ 13 – 14 ຕື້ USD ແລະ ທຶນປະຕິບັດບັນລຸປະມານ 10,5 – 11 ຕື້ USD , ທຽບເທົ່າກັບປີ 2012. ເພື່ອເພີ່ມທະວີການດຶງດູດທຶນ FDI ໃນປີ 2013, ທ່ານ ໂດ໋ເຍີດຮ່ວາງ (Do Nhat Hoang) ຫົວໜ້າກົມລົງທຶນຕ່າງປະເທດ ສັງກັດກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໃນຕໍ່ໜ້າຕ້ອງຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານວາງແຜນກຳນົດນັບແຕ່ຂອດສ້າງ, ກວດກາ, ອະນຸມັດຜ່ານ ຕະຫຼອດຮອດການຄຸ້ມຄອງການວາງແຜນກຳນົດ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງແຫຼ່ງເງິນລົງທຶນຈາກຕ່າງປະເທດ, ພ້ອມທັງ ຍູ້ແຮງການສົມທົບລະຫວ່າງບັນດາອົງການຄຸ້ມຄອງແຫ່ງລັດຂັ້ນສູນກາງ ແລະ ທ້ອງຖິ່ນໃນການໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ບັນດາໂຄງການ ເພື່ອຊຸກຍູ້ການປ່ອຍເງິນລົງທຶນໂດຍໄວ. ຄຽງຄູ່ກັນນັ້ນ, ກະຊວງກໍ່ໄດ້ປັບປຸງວິທີການສົ່ງເສີມການລົງທຶນຕາມທິດຈຸດສຸມ, ຕາມແຕ່ລະຂະແໜງ, ຂົງເຂດ, ພາກພື້ນ ແລະ ຕາມຄູ່ຮ່ວມມື, ຫຼີກລ້ຽງສະພາບການສົ່ງເສີມການລົງທຶນແບບກະແຈກກະຈ່າຍ ເພີ່ມທະວີຊ່ວຍໜູນບັນດານັກລົງທຶນພວມລົງທຶນຢູ່ຫວຽດນາມ ເຄື່ອນໄຫວຢ່າງມີປະສິດທິຜົນ, ພ້ອມທັງ, ຫຼຸດຜ່ອນຮົ້ວກິດຂວາງໃຫ້ແກ່ນັກລົງທຶນຕ່າງປະເທດທີ່ມີຕໍ່ບາງຂະແໜງບໍລິການ ເຊິ່ງຫວຽດນາມ ພວມມີຄວາມຕ້ອງການ. ດ້ານອື່ນ, ສ້າງບັນດາຮົ້ວກີດຂວາງດ້ານເຕັກນິກເໝາະສົມກັບຄຳໝັ້ນສັນຍາຂອງສາກົນ ເພື່ອຈຳກັດບັນດາໂຄງການບໍ່ສົ່ງເສີມການລົງທຶນ.