ພາບປະກອບ: internet
|
(vovworld) - ປີ 2012, ເຖິງວ່າປະສົບກັບຄວາມຫຍຸ້ງຍາກກ່ຽວກັບໄພທຳມະຊາດ, ໂລກລະບາດ ແລະ ຕະຫລາດຖືກຮັດແຄບກໍຕາມ ແຕ່ຂະແຫນງສິນໃນນ້ຳ ຫວຽດນາມ ຍັງຄົງບັນລຸໄດ້ຫລາຍຄາດໝາຍ, ແຜນການ ແລະ ເພີ່ມຂຶ້ນເມື່ອທຽບໃສ່ປີກາຍ. ຕາມແຫລ່ງຂ່າວຈາກກອງປະຊຸມສະຫລຸບຂະແຫນງສິນໃນນ້ຳ ຫວຽດນາມ ປີ 2012 ຊຶ່ງດຳເນີນໄປຢູ່ ຮ່າໂນ້ຍໃນວັນທີ 25/12 ໃຫ້ເຫັນວ່າ, ຍອດປະລິມານການຜະລິດສິນໃນນ້ຳທັງປີ ບັນລຸ 5.800.000 ໂຕນ(ເພີ່ມຂຶ້ນກວ່າ 8% ເມື່ອທຽບໃສ່ປີກາຍ); ມູນຄ່າການສົ່ງອອກສິນໃນນ້ຳຄາດວ່າບັນລຸ 6 ຕື້ 180 ລ້ານ USD ແມ່ນເພີ່ມຂຶ້ນ 1%. ເຖິງແນວນັ້ນກໍຕາມ, ການສົ່ງອອກສິນໃນນ້ຳພຽງບັນລຸກວ່າ 90% ເມື່ອທຽບໃສ່ແຜນການວາງອອກ ແມ່ນ 6 ຕື້ 500 ລ້ານ USD. ຄາດວ່າ ປີ 2013, ສະພາບການໂລກລະບາດສຳລັບກຸ້ງຍັງຄົງສືບຕໍ່ເກີດຂຶ້ນ, ແຫລ່ງເງິນລົງທຶນໃຫ້ແກ່ການຜະລິດ ແລະ ຕະຫລາດຈຳຫນ່າຍຍັງປະສົບກັບຄວາມຫຍຸ້ງຍາກຫລາຍ. ຕໍ່ຫນ້າສະພາບການດັ່ງກ່າວ, ກົມໃຫຍ່ສິນໃນນ້ຳ ໄດ້ວາງຄາດໝາຍ: ປີ 2013 ຍອດປະລິມານການຜະລິດສິນໃນນ້ຳຕ້ອງບັນລຸກວ່າ 5,8 ລ້ານໂຕນ. ບັນດາມາດຕະການໄດ້ຮັບການສຸມໃສ່ຜັນຂະຫຍາຍນັ້ນແມ່ນ ການວາງແຜນກຳນົດ, ການຊີ້ນຳການຜະລິດສຳລັບກຸ້ງ, ປາຈາ ແລະ ເອົາໃຈໃສ່ເຖິງວຽກງານກວດກາບັນດາປັດໄຈເພື່ອປ້ອງກັນໂລກລະບາດ.