ປີ 2017 ຈະມີແຜນຮ່າງນະໂຍບາຍແກ່ງແຍ້ງຮອບດ້ານ

ປີ 2017 ຈະມີແຜນຮ່າງນະໂຍບາຍແກ່ງແຍ້ງຮອບດ້ານ - ảnh 1
(ພາບປະກອບ)

(vovworld) - ​ ຕາມການ​ຕີ​ລາຄາ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ, ​ໃນ 140 ພື້ນຖານ​ເສດຖະກິດ​ກ່ຽວ​ກັບ​ການ​ແກ່ງ​ແຍ້ງກັນ, ຫວຽດນາມ ຖືກຈັດ​ອັນ​ດັບທີ 71 ກ່ຽວ​ກັບ​ການ​ແກ່ງ​ແຍ້ງໃນ​ຕະຫລາດ​ພາຍ​ໃນ; ຈັດ​ອັນ​ດັບ​ທີ 77 ກ່ຽວ​ກັບ​ປະສິດທິ​ຜົນ​ແຫ່ງ​ການ​ຕ້ານສິດ​ຜູກຂາດ ​ແລະ ຈັດ​ອັນ​ດັບ​ທີ 64 ກ່ຽວ​ກັບ​ລະດັບ​​ແຈກ​ຢາຍ​ຕະຫລາດ​ຂອງ​ບາງ​ກຸ່ມ​ບໍລິສັດ. ສາຍ​ເຫດ​ຕົ້ນຕໍ​ແມ່ນ ຍ້ອນຫວຽດນາມ ຍັງ​ບໍ່​ທັນ​ມີ​ນະ​ໂຍບາຍ​ຮອບດ້ານ​ກ່ຽວ​ກັບ​ການ​ແກ່ງ​ແຍ້​ງ; ລະບົບ​ກົດໝາຍ​ກ່ຽວ​ກັບ​ການ​ແກ່ງ​ແຍ້​ງ​ຍັງບໍ່​ທັນ​ຄົບ​ຖ້ວນ, ບໍ່​ທັນ​ມີ​ປະສິດທິ​ຜົນ. ດັ່ງ​ນັ້ນ ຕາມ​ສະ​ຖາ​ບັນ​ຄົ້ນ​ຄ້ວາຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ແລ້ວ ປີ 2017, ລັດຖະບານ​ຈະສ້າງ​ແຜນ​ຮ່າງ​ນະ​ໂຍບາຍ​ແກ່ງ​ແຍ້​ງຢ່າງ​ຮອບດ້ານ. ​ເພື່ອ​ສ້າງ​ໄດ້​ການ​ແກ່ງ​ແຍ້​ງກັນ, ບັນດາ​ນັກ​ຊ່ຽວຊານ​ສະ​ເໜີ​ລັດຄວນ​ຕ້ານ​ສິດ​ຜູກຂາດ ​ແລະ ມີ​ວິທີ​ການ​ສ້າງ​ກຳລັງ​ແກ່ງ​ແຍ້​ງກັບ​ສາກົນ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ. ຄວນ​ປະຕິບັດ​ຫຼັກການ​ແກ່ງ​ແຍ້​ງ​ເປັນ​ກາງ​ດ້ວຍ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ພາສີ, ໜີ້…​ເປັນກາງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ຄວາມສະ​ເໝີ​ພາບ​ລະຫວ່າງ​ລັດ​ວິ​ສາ​ຫະກິດ ​ແລະ ວິ​ສາ​ຫະກິດ​ເອກະ​ຊົນ. ຮັບປະກັນ​ງົບປະມານ​ແຫ່ງ​ລັດ​ໄດ້ຮັບ​ການນຳ​ໃຊ້​ບຸລິມະສິດ​ໃຫ້​ວິ​ສາຫະກິດ​ທັງ​ໝົດ.

ຂ່າວ/ບົດ​ອື່ນ