ປີ 2019, ຫວຽດນາມຈະຍິງສອງດາວທຽມໃໝ່
(ພາບ: ອິນເຕີແນດ)
(vovworld) - ປີ 2019, ຫວຽດນາມຄາດວ່າຈະຍິງສອງດາວທຽມໃໝ່ແມ່ນ LOTUSat-1 ແລະ LOTUSat-2, ປະກອບສ່ວນເພີ່ມປະສິດທິຜົນໃນການຜະລິດກະສິກຳ ແລະ ຫຼຸດຜ່ອນຄວາມເສຍຫາຍຈາກໄພທຳມະຊາດ. ສູນດາວທຽມແຫ່ງຊາດ (ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໃຫ້ຮູ້ວ່າ, ໂຄງການຍິງດາວທຽມ LOTUSat-1 ແລະ LOTUSat-2 ໄດ້ສຳເລັດບາງໄລຍະແລ້ວ, ຍອດມູນຄ່າຂອງໂຄງການແມ່ນປະມານ 600 ລ້ານ USD.
ປະຈຸບັນ, ຫວຽດນາມຫາກໍ່ມີສອງດາວທຽມໂທລະຄົມແມ່ນ VINASAT -1; VINASAT -2, ແລະ ດາວທຽມສອດແນມ VNREDSat-1 ເທົ່ານັ້ນ. ມາຮອດປະຈຸບັນ, ດາວທຽມທັງສາມນີ້ໄດ້ສະໜອງການບໍລິການຕ່າງໆ, ຄືໂທລະຄົມ, ໂທລະພາບ, ຮູບພາບສັງເກດໜ່ວຍໂລກ.