ປີ 2020, ກອງ​ທຶນ​ອະ​ນາ​ຄົດ​​ສົດ​ໃສ ໄດ້​ໜູນ​ຊ່ວຍ​​​ຜູ້​ເປັ​ນ​ພະ​ຍາດມ​ະ​ເຮັງນັບ​ພັນ​ຄົນ

(VOVWORLD) -        ວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກອງທຶນໜູນຊ່ວຍຜູ້ເປັນພະຍາດມະເຮັງ - ອະນາຄົດສົດໃສ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ອຸປະຖຳໃນປີ 2020.
ປີ 2020, ກອງ​ທຶນ​ອະ​ນາ​ຄົດ​​ສົດ​ໃສ ໄດ້​ໜູນ​ຊ່ວຍ​​​ຜູ້​ເປັ​ນ​ພະ​ຍາດມ​ະ​ເຮັງນັບ​ພັນ​ຄົນ - ảnh 1ກອງທຶນ ອະນາຄົດສົດໃສ ໄດ້ຊ່ວຍເຫຼືອການປິ່ນປົວໃຫ້ຜູ້ເປັນມະເຮັງ ແລະ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກທີ່ເປັນໂລກມະເຮັງກວ່າ 28.000 ຄົນ (ພາບ: TTXVN)

ກອງທຶນດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2011. ພາຍຫຼັງເຄື່ອນໄຫວມາເປັນເວລາ 9 ປີ, ກອງທຶນດັ່ງກ່າວໄດ້ພັດທະນາເປັນຫຼາຍສາຂາໃນທົ່ວປະເທດ, ລະດົມທຶນ ແລະ ຊ່ວຍເຫຼືອການປິ່ນປົວໃຫ້ຜູ້ເປັນມະເຮັງ ແລະ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກທີ່ເປັນໂລກມະເຮັງກວ່າ 28.000 ຄົນ ດ້ວຍມູນຄ່າທັງໝົດກວ່າ 50 ຕື້ດົ່ງ. ທີ່ພິທີສະຫຼຸບ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ຮັບຮູ້ ແລະ ຕີລາຄາສູງການເຄື່ອນໄຫວຂອງກອງທຶນດັ່ງກ່າວ ແລະ ບັນດາຫົວໜ່ວຍທີ່ໄດ້ອຸປະຖຳ, ຮ່ວມເດີນທາງໃນຕະຫຼອດຊຸມປີຜ່ານມາ, ນີ້ແມ່ນການເຄື່ອນໄຫວວັດທະນະທຳມະນຸດ ແລະ ມີຄວາມໝາຍ. ທ່ານ ເຈິ່ນແທັງເໝິິນ ກໍຮຽກຮ້ອງໃຫ້ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ ຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈກັບ ພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ກອງທຶນ ອະນາຄົດສົດໃສ ໃນວິວັດການຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນການໜູນຊ່ວຍສັງຄົມ, ພິເສດ ແມ່ນເອົາໃຈໃສ່ເປັນພິເສດຕໍ່ຜູ້ທຸກຍາກທີ່ເປັນພະຍາດມະເຮັງ.

ຕອບກັບ

ຂ່າວ/ບົດ​ອື່ນ