ປີ 2021, ສູ້ຊົນໃຫ້ບັນລຸ 35,2% ກຳລັງແຮງງານເຂົ້າຮ່ວມປະກັນໄພສັງຄົມ

(VOVWORLD) -ປີ 2021, ຂະແໜງປະກັນໄພສັງຄົມຫວຽດນາມ ໄດ້ວາງຄາດໝາຍໃຫ້ຜູ້ອອກແຮງງານເຂົ້າຮ່ວມປະກັນໄພສັງຄົມແບບບັງຄັບ ແລະ ປະກັນໄພສະໝັກໃຈໃຫ້ບັນລຸໄດ້ 35,2%.
ປີ 2021, ສູ້ຊົນໃຫ້ບັນລຸ 35,2% ກຳລັງແຮງງານເຂົ້າຮ່ວມປະກັນໄພສັງຄົມ - ảnh 1ກອງປະຊຸມ
(ພາບ: laodong.vn)

ທີ່ກອງປະຊຸມສະໜອງຂໍ້ມູນສະເພາະປະກັນໄພສັງຄົມ, ປະກັນສຸຂະພາບປີ 2021, ເຊິ່ງດຳເນີນໃນວັນທີ 14 ມັງກອນ, ທ່ານ ຫງວຽນເທ໊ແມ້ງ, ຜູ້ອຳນວຍການໃຫຍ່ອົງການປະກັນໄພສັງຄົມຫວຽດນາມ, ໃຫ້ຮູ້ວ່າ.

        “ຕາມມະຕິທີ່ໄດ້ວາງອອກການປະກັນສຸຂະພາບຕ້ອງບັນລຸໄດ້ 91% ພວກຂ້າພະເຈົ້າສູ້ຊົນປະຕິບັດໃຫ້ສຳເລັດ 91,56%. ປະຈຸບັນ, ໂລກລະບາດພວມເກີດຂຶ້ນຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້, ທີ 2 ແມ່ນຄວາມຫຍຸ້ງຍາກຂອງບັນດາວິສາຫະກິດແມ່ນບໍ່ສາມາດຄາດຄະເນລ່ວງໜ້າໄດ້. ພວກຂ້າພະເຈົ້າໄດ້ເປັນເຈົ້າການຍົກອອກບັນດາແຜນການ ເພື່ອເຮັດແນວໃດປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ”.

        ກ່ຽວກັບມາດຕະການລະອຽດຂອງຂະແໜງ, ອົງການປະກັນໄພສັງຄົມຫວຽດນາມ ໄດ້ຜັນຂະຫຍາຍ 6 ມາດຕະການຈຸດສູມເພື່ອຂະຫຍາຍຜູ້ເຂົ້າຮ່ວມ; ສືບຕໍ່ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງສະເໜີການໜູນຊ່ວຍນອກຈາກຂໍ້ກຳນົດຂອງງົບປະມານຂອງລັດ ສຳລັບເປົ້າໝາຍແມ່ນຜູ້ທຸກຍາກ, ນັກຮຽນ, ນັກສຶກສາ, ຄອບຄົວຊາວກະສິກຳ, ປ່າໄມ້, ການປະມົງ, ປະກັນໄພສັງຄົມສະໝັກໃຈ ເພື່ອເພີ່ມອັດຕາຜູ້ເຂົ້າຮ່ວມປະກັນສຸຂະພາບ, ປະກັນໄຟສັງຄົມໂດຍສະມັກໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ